ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່ເຊື່ອມຊຶມນິຕິກຳກ່ຽວກັບການປັບປຸງກົງຈັກການຈັດຕັ້ງ
ຈຳນວນຜູ້ອ່ານ: 472
ອະນຸມັດວັນທີ: 11/04/2025

ໂດຍ: ແສງຄຳ ຈິດຕະວົງ

        ໃນວັນທີ 10 ເມສາ 2025 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ໃຫ້ກຽດເປັນປະທານ ແລະ ມີຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ມີສະຫາຍ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຄະນະກົມ ແລະ ພະນັກງານ-ລັດຖະກອນພາຍໃນສຳນັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

        ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ລົງວັນທີ 12 ມີນາ 2025, ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ລົງວັນທີ 20 ມີນາ 2025, ຄໍາແນະນໍາຂອງຄະນະປັບປຸງກົງຈັກການຈັດຕັ້ງ ເລກທີ 465/ຄລສພ ລົງວັນທີ 27 ມີນາ 2025, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ, ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານຂອງຄະນະຈັດຕັ້ງສູນກາງພັກໂດຍສັງເຂບ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດານິຕິກໍາດັ່ງກ່າວ ກໍ່ຄືທິດຊີ້ນຳໃນການປັບປຸງກົງຈັກການຈັດຕັ້ງຂອງພັກ ແລະ ລັດ ແຫ່ງ ສປປ ລາວ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່.

        ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຮ່ວມມືປຶກສາຫາລືສົມທົບກັນກັບພາກສ່ວນເປົ້າໝາຍກ່ຽວຂ້ອງ ຢ່າງມີແຜນການເປັນຂັ້ນຕອນ, ວິເຄາະບັນຫາຢ່າງລະອຽດ, ມີການລາຍງານ ເພື່ອຂໍທິດຊີ້ນຳຂັ້ນເທິງເປັນແຕ່ລະໄລຍະ, ການຈັດຕັ້ງປະຕິບັດຕ້ອງມີລັກສະນະຊັດເຈນ ພາວະວິໄສ ເປັນໄປຕາມຂັ້ນຕອນຂອງລະບຽບຫຼັກການຢ່າງເຂັ້ມງວດ ເພາະການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂອງທົ່ວພັກ ແລະ ລັດ ແຫ່ງ ສປປ ລາວ.