ພາບ ແລະ ຂ່າວ: ສ.ສົດໃສ
ໃນວັນທີ 25 ພຶດສະພາ 2025 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ໄດ້ນຳພາຄະນະ ເຂົ້າຮ່ວມໄຫວ້ອາໄລ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025.
ການຈາກໄປຂອງສະຫາຍ ເຈິນ ດຶກ ເລືອງ ເປັນການສູນເສຍບຸກຄົນສໍາຄັນທີ່ເປັນຜູ້ນໍາຂັ້ນສູງຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທັງເປັນການສູນເສຍເພື່ອນມິດສະຫາຍທີ່ສະໜິດສະໜົມທີ່ສຸດຂອງພັກ-ລັດ ແລະ ປະຊາຊົນລາວ; ສະຫາຍ ເປັນການນໍາຫຼັກແຫຼ່ງທີ່ດີເດັ່ນ, ເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ປະຊາຊົນຫວຽດນາມ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ. ຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນສໍາຄັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງກົມກຽວໜຽວແໜ້ນ ແລະ ແຕກດອກອອກຜົນຢ່າງສວຍສົດງົດງາມ.
ໃນເວລາແຫ່ງຄວາມໂສກເສົ້າເສຍດາຍນີ້ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ໃນການຈາກໄປຂອງສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ໂດຍບໍ່ມີວັນຫວນກັບ, ພວກເຮົາ ຂໍແບ່ງເບົາຄວາມທຸກໂສກຄັ້ງນີ້ ແລະ ຈະຂໍຈາລຶກ ຄຸນງາມຄວາມດີຂອງສະຫາຍ ເຈິນ ດຶກ ເລືອງ ໄວ້ໃນຫົວໃຈ ແລະ ຢູ່ໃນຄວາມຊົງຈໍາຂອງພວກເຮົາຕະຫຼອດໄປ.