ຂ່າວ: ສ. ສົດໃສ
ພາບ: ບານ ມູນປະເສີດ
ໃນວັນທີ 16 ມິຖຸນາ 2025 ຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງພາຍໃນສຳນັກງານຈຳນວນໜຶ່ງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້ ຍັງໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍຸບເລີກອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 540/ຄລສພ, ລົງວັນທີ 12 ມິຖຸນາ 2025; ແຈ້ງການກ່ຽວກັບການຮັບຮອງເອົາການອອກພັກການ-ຮັບອຸດໜູນບໍານານຂອງພະນັກງານ ຄຈສພ ສະບັບເລກທີ 642/ຄຈສພ, ລົງວັນທີ 12 ມິຖຸນາ 2025 ຈໍານວນ 10 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄຈສພ ເລກທີ 25/ຄປພ. ຄຈສພ ລົງວັນທີ 16 ມິຖຸນາ 2025 ວ່າດ້ວຍການສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ພາຍໃນ ຄຈສພ.
ລາຍຊື່ພະນັກງານອອກພັກການ-ຮັບອຸດໜູນບໍານານ 10 ສະຫາຍ ມີດັ່ງນີ້: 1. ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, 2. ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ, ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, 3. ສະຫາຍ ນ. ສີບານ ສີສະອາດ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, 4. ສະຫາຍ ນ. ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 5. ສະຫາຍ ນ. ວິໄລ ອຸ່ນມີໄຊ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 6. ສະຫາຍ ນ. ແກ້ວໃຈ ແສງມີໄຊ ຮອງຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ, 7. ສະຫາຍ ທອງຈັນຊະ ຢ່າທໍ່ຕູ້ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 8. ສະຫາຍ ບັນນາວົງ ດ້ວງປັນຍາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, 9. ສະຫາຍ ຄໍາສອນ ສຸເທບມະນີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, 10. ສະຫາຍ ວຽງສະອາດ ຈິດຕິລາດ ຮອງຫົວໜ້າກົມກໍ່ສ້າງພັກ.
ສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ ພາຍໃນຄະນະຈັດຕັ້ງສູນກາງພັກ ຈໍານວນ 16 ສະຫາຍ ດັ່ງນີ້:
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງ ແລະ ບຸກຄົນ ທີ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ລວມທັງບັນດາສະຫາຍ ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້-ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ປະກອບສ່ວນເຂົ້າໃນພາລະກິດລວມຂອງພັກ ຂອງຊາດ ກໍຄືຂອງຄະນະຈັດຕັ້ງສູນກາງພັກມາໂດຍຕະຫຼອດ. ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ສືບຕໍ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ຮັບປະກັນເຮັດຫຼ້ອນໜ້າທີ່ອັນມີກຽດສະຫງ່າຕາມການມອບໝາຍ.