ຂ່າວ: ລັດດາວັນ ສີຫານຸວົງ
ພາບ: ບານ + ແສງຄໍາ + ເພຈຂ່າວ ພາຍໃນ
ໃນວັນທີ 18 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຫົວໜ້າກອງເລຂາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພາຍໃນ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ, ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງສອງພາກສ່ວນ ເຂົ້າຮ່ວມທັງໝົດເກືອບ 400 ຄົນ.
ໃນພິທີ, ສະຫາຍ ປອ. ວິໄລວົງ ບຸດດາຄຳ ໄດ້ລາຍງານຜົນການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ເຊິ່ງກົງຈັກການຈັດຕັ້ງຂອງກະຊວງພາຍໃນທີ່ໂອນມາຂຶ້ນກັບຄະນະຈັດຕັ້ງສູນກາງພັກ ປະກອບມີ 09 ກົມ ແລະ ທຽບເທົ່າ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມພັດທະນາການບໍລິຫານລັດ, ກົມການປົກຄອງທ້ອງຖິ່ນ, ກົມຄຸ້ມຄອງລັດຖະກອນ, ກົມແຂ່ງຂັນ ແລະ ຍ້ອງຍໍ, ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ; ພ້ອມທັງຍົກຍ້າຍພະນັກງານ-ລັດຖະກອນ 197 ສະຫາຍ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ.
ພາຍຫຼັງໂຮມເຂົ້າກັນ ດ້ານໂຄງປະກອບການຈັດຕັ້ງ ປະກອບມີ 12 ກົມ ແລະ ທຽບເທົ່າ, ມີ 51 ພະແນກ; ດ້ານໂຄງປະກອບບຸກຄະລາກອນ ປະກອບມີຄະນະພັກ 09 ສະຫາຍ, ຄະນະຈັດຕັ້ງສູນກາງພັກ 05 ສະຫາຍ, ຫົວໜ້າກົມ ແລະ ທຽບເທົ່າ 12 ສະຫາຍ, ຮອງຫົວໜ້າກົມ ແລະ ທຽບເທົ່າ 42 ສະຫາຍ, ຫົວໜ້າພະແນກ 51 ສະຫາຍ, ພະນັກງານ-ລັດຖະກອນ 384 ສະຫາຍ.
1. ສະຫາຍ ນາງ ສີໃສ ລືເດດມູນສອນ
2. ສະຫາຍ ປອ. ວິໄລວົງ ບຸດດາຄຳ
3. ສະຫາຍ ນາງ ບຸດສະດີ ທະນະເມືອງ
4. ສະຫາຍ ດອນ ໄພວົງ
5. ສະຫາຍ ພູຂົງ ພິລາເພັດ
6. ສະຫາຍ ວຽນທອງ ສິງຄຳພັນ
7. ສະຫາຍ ວັນນະ ບຸບຜາ
8. ສະຫາຍ ຕ໋ອງ ພູມມີພັນ
9. ສະຫາຍ ປອ. ນາງ ຈັນທາ ອ່ອນໄຊວຽງ
1. ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນເລຂາຄະນະບໍລິຫານງານພັກ.
2. ສະຫາຍ ປອ. ວິໄລວົງ ບຸດດາຄຳ ເປັນຮອງເລຂາຄະນະບໍລິຫານງານພັກ.
3. ສະຫາຍ ນາງ ບຸດສະດີ ທະນະເມືອງ ເປັນຮອງເລຂາຄະນະບໍລິຫານງານພັກ.
1. ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ.
2. ທ່ານ ປອ. ວິໄລວົງ ບຸດດາຄຳ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ.
3. ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
4. ທ່ານ ປອ.ວິສຸກ ພົມພິທັກ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
5. ທ່ານ ດອນ ໄພວົງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ.
1. ສະຫາຍ ວັນນະ ບຸບຜາ ຫົວໜ້າຫ້ອງການ.
2. ສະຫາຍ ວຽນທອງ ສິງຄໍາພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
3. ສະຫາຍ ຕ໋ອງ ພູມມີພັນ ຫົວໜ້າກົມກວດກາ.
4. ສະຫາຍ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ.
5. ສະຫາຍ ພອນສະຫວັນ ໄຊຊະນະ ຫົວໜ້າກົມກົງຈັກການຈັດຕັ້ງພັກ.
6. ສະຫາຍ ສຸລິຍາ ພົມມີສິດ ວ່າການແທນຫົວໜ້າກົມຄຸ້ມຄອງພະນັກງານ.
7. ສະຫາຍ ວຽງເພັດ ແສງທອງ ຫົວໜ້າກົມກໍ່ສ້າງພະນັກງານ.
8. ສະຫາຍ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງລັດຖະກອນ ແລະ ພາລະກອນ.
9. ສະຫາຍ ບຸນຈັນ ນິຍະວົງ ຫົວໜ້າກົມການປົກຄອງທ້ອງຖິ່ນ.
10. ສະຫາຍ ຄຳກອງ ລາວລີ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ.
11. ສະຫາຍ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ.
12. ສະຫາຍ ປອ. ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ.
ໃນຕອນທ້າຍ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ສະເໜີໃຫ້ຄະນະພັກ-ຄະນະນໍາ ສືບຕໍ່ເສີມຂະຫຍາຍບົດບາດການຊີ້ນໍາ-ນໍາພາ ວຽກງານການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ມີການມອບວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນຢ່າງລະອຽດຈະແຈ້ງ; ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫຼັກການທີ່ກ່ຽວຂ້ອງຕິດພັນກັບການຍົກສູງຄວາມຮັບຜິດຊອບດ້ານບຸກຄະລະກອນ ແລະ ການຈັດຕັ້ງ ໃນແຕ່ລະຂັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຜົນສໍາເລັດໃໝ່ຢ່າງຕັ້ງໜ້າ. ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແມ່ນການປະຕິບັດແນວທາງການຈັດຕັ້ງຂອງພັກໃຫ້ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ເນື້ອແທ້ແມ່ນການບໍລິຫານຈັດການອົງການ ເພື່ອນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ, ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ.