ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດປາຖະກະຖາວັນສໍາຄັນຕ່າງໆຂອງຊາດ
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 03/09/2025

ໂດຍ: ນາງ ເກດສະໜາ ວິໄລທອງ

        ໃນວັນທີ 25 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່  ຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໄດ້ຈັດ ພິທີ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/ 2025), ວັນຢຶດ ອໍານາດທົ່ວປະເທດ ຄົບຮອບ 80 ປີ (23/8/1945-23/8/2025) ແລະ ຄົບຮອບ 50 ປີ (23/8/1975-23/8/2025) ໃຫ້ແກ່ພະນັກງານລັດຖະກອນຂອງຕົນ. ໃຫ້ກຽດປະຖາກະຖາໂດຍ ສະ ຫາຍ ປອ. ຄໍາມອນ ຈັນທະຈິດ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາກົມ, ຫ້ອງການ, ສະຖາບັນ ແລະ ພະນັກງານ-ລັດຖະກອນ ທົ່ວສໍານັກງານຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ ຮັບຟັງຢ່າງພ້ອມພຽງ.

        ໃນການບັນຍາຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍ ຕົວຂອງແນວລາວສ້າງຊາດແຕ່ອະດິດຈົນເຖິງປັດຈຸບັນ, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດ ແລະ ມູນ ເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດໃນແຕ່ລະໄລຍະ ເຊິ່ງມີຊື່ເອີ້ນທີ່ແຕກຕ່າງກັນ ຄື: ແນວລາວອິດ ສະຫຼະ (1950-1956), ແນວລາວຮັກຊາດ (1956-1979) ແລະ ແນວລາວສ້າງຊາດ (1979-ປັດຈຸບັນ). ສັງລວມແລ້ວ ທຸກໄລຍະແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງແນວລາວສ້າງຊາດ, ແນວລາວຮັກຊາດ ແລະ ແນວລາວອິດສະຫຼະ ໄດ້ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ ຮັກເອກະລາດ ແລະ ອິດສະຫຼະພາບ, ເປັນແກນກາງຂອງແນວ ໂຮມເອກກະພາບແຫ່ງຊາດ; ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກໍາລັງທີ່ຮັກຊາດຕ່າງໆ ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ 12 ຕຸລາ 1945 ເຕົ້າໂຮມກໍາລັງຮັກຄວາມເປັນທຳ ແລະ ຄວາມກ້າວໜ້າຂອງສັງຄົມ ແລະ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ; ແນວລາວສ້າງຊາດ ຍັງສືບຕໍ່ດໍາລົງບົດບາດເປັນຫຼັກແຫຼ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ເຊິ່ງແນວລາວສ້າງຊາດໃນໄລຍະໃໝ່ແມ່ນການສ້າງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການ ເຕົ້າໂຮມກຳລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນທຸກຊັ້ນຄົນ, ພີ່ນ້ອງຄົນລາວ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຕາມແນວທາງນະໂຍບາຍຂອງພັກ.

        ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນຢຶດອໍານາດ ຄັ້ງທໍາອິດຄົບຮອບ 80 ປີ ແລະ ຄັ້ງທີສອງ ຄົບຮອບ 50 ປີ; ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະ ນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອ ວັນຍຶດອໍານາດທົ່ວ ປະເທດ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງ ມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທໍາ ແລະ ສີວິໄລ.