ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສໍາມະນາ ເສດຖະກິດດິຈິຕັອນ ແລະ ຊັບສິນດິຈິຕັອນ
ຈຳນວນຜູ້ອ່ານ: 93
ອະນຸມັດວັນທີ: 08/09/2025

ພາບ+ຂ່າວ ໂດຍ: ບານ ມູນປະເສີດ

        ຕອນບ່າຍວັນທີ 22 ສິງຫາ 2025 ຢູ່ຫ້ອງປະຊຸມຊັ້ນ 5 ຂອງຄະນະຈັດຕັ້ງສູນກາງພັກ (ເຂດ ສນຍ) ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ ເສດຖະກິດດິຈິຕັອນ ແລະ ຊັບສິນດິຈິຕັອນ ໂດຍການເປັນປະທານຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ,​ ມີບັນດາຫົວໜ້າກົມ,​ ຮອງຫົວໜ້າກົມ, ​ ຫົວໜ້າພະແນກ,​ ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນ ຄຈສພ ເຂົ້າຮ່ວມ.​

        ວຽກງານ ເສດຖະກິດດິຈິຕັອນ ແລະ ຊັບສິນດິຈິຕັອນ ເປັນວຽກງານທີ່ສຳຄັນໃນຍຸກປະຈຸບັນ ຊຶ່ງມີຄວາມຈຳເປັນຂອງທຸກຂະແໜງການ ຕ້ອງໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີຄວາມທັນສະໄໝ; ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກົມເຕັກໂນໂລຊີດິຈິຕັອນ) ຈຶ່ງໄດ້ສົມທົບກັບຄະນະຈັດຕັ້ງສູນກາງພັກ (ກົມພັດທະນາການບໍລິຫານລັດ) ຈັດກອງປະຊຸມສຳມະນາກ່ຽວກັບ ເສດຖະກິດດິຈິຕັອນ ແລະ ຊັບສິນດິຈິຕັອນ ໃຫ້ພະນັກງານ-ລັດຖະກອນຂອງຕົນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈໃນວຽກງານການຫັນເປັນດິຈິຕັອນ ຂອງ ສປປ ລາວ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ປະຈຸບັນ ເປັນຍຸກອຸດສາຫະກໍາ 4.0 ທີ່ມີການຕິດຕໍ່ສື່ສານກັນແບບໄຮ້ພົມແດນ, ລະບົບເຕັກໂນໂລຊີດິຈິຕັອນ ເປັນເຄື່ອງມືຈໍາເປັນ ແລະ ຂາດບໍ່ໄດ້ສໍາລັບວຽກງານທຸກຂະແໜງການ ນັບແຕ່ຖານລະບົບການຄ້າທາງເອເລັກໂຕຣນິກ, ລະບົບການຊໍາລະຜ່ານມືຖື ໄປຈົນເຖິງລະບົບປັນຍາປະດິດ (AI) ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ລະບົບເຕັກໂນໂລຊີດິຈິຕັອນ ໄດ້ປ່ຽນແປງວີຖີການດໍາລົງຊີວິດ, ການເຮັດວຽກ, ການຜະລິດ, ການຄ້າຂາຍ ແລະ ການບໍລິການ ໃຫ້ມີຄວາມສະດວກຍິ່ງຂຶ້ນ, ຕິດຕໍ່ກັນງ່າຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກໃຫ້ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມທັງເພີ່ມໂອກາດທາງທຸລະກິດໃໝ່ໆ.

        ກອງປະຊຸມສຳມະນາຄັ້ງນີ້ໄດ້ສ້າງຄວາມສົນໃຈແກ່ຜູ້ເຂົ້າຮ່ວມ ຊຶ່ງໄດ້ມີການສົນທະນາແລກປ່ຽນບົດຮຽນກັນຢ່າງເປັນຂະບວນຟົດຟຶ້ນ; ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ບຸດສະດີ ທະນະເມືອງ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນທຸກຂັ້ນ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ສືບຕໍ່ຄົ້ນຄວ້າ ນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ທັນກັບຍຸກສະໄໝ ເປັນຕົ້ນ ທ່າອ່ຽງຂອງສາກົນດ້ານການພັດທະນາເສດຖະກິດດິຈິຕັອນ, ການນຳໃຊ້ເຕັກໂນໂລຊີດິຈິຕັອນ ແລະ ລະບົບເຕັກໂນໂລຊີດິຈິຕັອນ ເພື່ອສ້າງເສດຖະກິດດິຈິຕັອນ ແລະ ຊັບສິນດິຈິຕັອນ (Digital Asset) ສຳລັບອົງການຈັດຕັ້ງລັດ ກໍ່ຄືບັນດາກົມໃນຄະນະຈັດຕັ້ງສູນກາງພັກ ເວົ້າລວມ, ເວົ້າສະເພາະ ກົມພັດທະນາການບໍລິຫານລັດ ທີ່ມີພາລະບົດບາດ ໃນການພັດທະນາລະບົບການບໍລິຫານ, ການບໍລິການຂອງພາກລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄປສູ່ລະບົບການບໍລິຫານ-ຄຸ້ມຄອງ ທີ່ທັນສະໄໝ ແລະ ວ່ອງໄວຂຶ້ນກວ່າເກົ່າ...ຯ