ໂດຍ: ອານຸລັກ
ໃນວັນທີ 14 ຕຸລາ 2025 ຢູ່ທີ່ ສະໂມສອນຄະນະຈັດຕັ້ງສູນກາງພັກ, ໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ,ສຳຮອງ ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະບໍລິຫານງານພັກ ຄຈສພ, ຫົວໜ້າກົມ-ຮອງກົມ ແລະ ບັນດາສະມາຊິກພັກຂັ້ນພະແນກ ເຂົ້າຮ່ວມຈໍານວນ 148 ສະຫາຍ.
ໃນວາລະກອງປະຊຸມ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ, ພ້ອມນັ້ນ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍມາດຖານ, ເງື່ອນໄຂຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.ພິທີປ່ອນບັດໃນຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນດ້ວຍຜົນສໍາເລັດຕາມຄາດໝາຍເຊິ່ງມີຜູ້ອອກສະຫມັກຮັບເລືອກຕັ້ງຈໍານວນ 15 ສະຫາຍ ຍິງ 02 ສະຫາຍ, ເລືອກຜູ້ແທນສົມບູນ 09 ສະຫາຍ ຍິງ 01 ສະຫາຍ, ສຳຮອງ 03 ສະຫາຍ. ເພື່ອເປັນຕົວແທນໃຫ້ແກ່ສະມາຊິກພັກຂອງ ຄະນະຈັດຕັ້ງສູນກາງພັກ 300 ກວ່າສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້.