ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 85
ອະນຸມັດວັນທີ: 07/11/2025

ພາບ-ຂ່າວ: ພູວອນ ອານຸວົງ

        ໃນຕອນເຊົ້າ ຂອງ ວັນທີ 29 ຕຸລາ 2025 ນີ້ ຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຂະຫຍາຍພັກຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຢ່າງສົມກຽດ ຂອງໜ່ວຍພັກກົມກົງຈັກການຈັດຕັ້ງ, ກົມປົກຄອງທ້ອງຖິ່ນ, ກົມຄຸ້ມຄອງລັດຖະກອນ ແລະ ພາລະກອນ, ກົມແຂ່ງຂັນຍ້ອງຍໍ. ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີ ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ຂອງທັງ 04 ໜ່ວຍພັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

        ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຮັບຮອງເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ສະບັບເລກທີ 55/ຄປພ.ຄຈສພ ລົງວັນທີ 10 ຕຸລາ 2025 ແລະ ມະຕິຕົກລົງ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ສະບັບເລກທີ 56 ລົງວັນທີ 10 ຕຸລາ 2025, ເຊິ່ງມີມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈໍານວນ 06 ສະຫາຍ ຍິງ 01 ສະຫາຍ ແລະ ສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 04 ສະຫາຍ ຍິງ 02 ສະຫາຍ.

        ຕອນທ້າຍພິທີ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄໍາເຫັນໂອ້ລົມຕໍ່ ສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນທຸກສະຫາຍ ຈົ່ງຕັ້ງໜ້າປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບສູງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງພັດທະນາຄວາມຮູ້ຄວາມສາມາດຂອງຕົນຢ່າງມີຫົວຄິດປະດິດສ້າງ ພ້ອມດຽວກັນນັ້ນ , ສະຫາຍກໍໄດ້ເນັ້ນໜັກໃຫ້ ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກ ຈົ່ງສືບຕໍ່ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຍົກສູງທາງດ້ານຄຸນທາດການເມືອງ, ຍົກສູງສະຕິຕໍ່ການຈັດຕັ້ງ, ຊື່ສັດ ແລະ ຈົ່ງຮັກພັກດີຕໍ່ພັກ-ຕໍ່ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນໃຫ້ເປັນປຶກແຜ່ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານທ່ີພັກ-ລັດ ມອບໝາຍໃຫ້ປະສົບຜົນສຳເລັດ.