ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນ ແລະ ປັບປຸງການຈັດຕັ້ງພາຍໃນ ຄຈສພ
ຈຳນວນຜູ້ອ່ານ: 103
ອະນຸມັດວັນທີ: 24/12/2025

ໂດຍ: ອານຸລັກ

        ໃນວັນທີ  12 ທັນວາ 2025, ຢູ່ທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ ແລະ ປັບປຸງການຈັດຕັ້ງພາຍໃນຄະນະຈັດຕັ້ງສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກຄະນະຈັດຕັ້ງສູນກາງພັກ, ຄະນະຫ້ອງການ, ບັນດາກົມ, ສະຖາບັນ ແລະ ພະນັກງານ-ລັດຖະກອນທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ, ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ສະໄໝທີ XI, ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025), ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍປະຫວັດສາດ, ແຫຼ່ງກໍາເນີດມູນເຊື້ອຮັກຊາດ,  ມູນເຊື້ອດຸໝັ່ນໃນການອອກແຮງງານ, ຄວາມສາມັກຄີປອງດອງ, ການຕໍ່ສູ້ຢ່າງບໍ່ຍອມຈໍານົນຂອງບັນພະບູລຸດທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນ, ເດັດດ່ຽວຕ້ານການຮຸກຮານຂອງສັດຕູນໍາໄປສູ່ການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວຢ່າງມີກຽດສະຫງ່າ.

ວາລະຕໍ່ມາ, ໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:

  1. ສະຫາຍ ສຸລິຍາ ພົມມິສິດ ເປັນຫົວໜ້າກົມຄຸ້ມຄອງ-ພະນັກງານ;
  2. ສະຫາຍ ນ. ຜາຄໍາ ເປັນຮອງຫົວໜ້າຫ້ອງການ (ເລຂານຸການ ປະຈໍາຫົວໜ້າຄະນະຈັດຕັ້ງສູນກາງພັກ);
  3. ສະຫາຍ ນ. ມອນພະຈັນ ແກ້ວໄຊຍະວົງ ເປັນຫົວໜ້າພະແນກສັງລວມ ແລະ ຄຸ້ມຄອງຂໍ້ມູນ;
  4. ສະຫາຍ ເອກະສິດ ຈັນທະປັນຍາ ໄປຮັບໜ້າທີ່ໃໝ່ຢູ່ ກົມຄຸ້ມຄອງລັດຖະກອນ ແລະ ພະລາກອນ;
  5. ສະຫາຍ ທູນວິໄລ ອຸດົມສິນ ເປັນເລຂານຸການ ປະຈໍາຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ;

        ຕອນທ້າຍພິທີ, ສະຫາຍ ປອ ວິໄລວົງ ບຸດດາຄໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ ແລະ ຊັບຊ້ອນໃນຄັ້ງນີ້ ທີ່ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສຳເລັດໄລຍະຜ່ານມາ, ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວສຳນັກງານ ຄຈສພ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ, ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ມີຄວາມເປັນເອກະພາບສູງໃນໝູ່ຄະນະ, ມີວິໄສທັດໃນການພັດທະນາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ນັບມື້ນັບດີຂຶ້້ນເປັນກ້າວໆ.