ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນ ຄຈສພ
ຈຳນວນຜູ້ອ່ານ: 136
ອະນຸມັດວັນທີ: 24/12/2025

ພາບ-ຂ່າວ: ພູວອນ ອານຸວົງ

        ໃນລະຫວ່າງວັນທີ 15-19 ທັນວາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກໍາທີ່ສໍາຄັນ ໃຫ້ພະນັກງານ-ລັດຖະກອນ ຂອງຄະນະຈັດຕັ້ງສູນກາງພັກ (ຄຈສພ), ໂດຍການເປັນປະທານຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ຂອງ ຄຈສພ ແລະ ວິທະຍາກອນຈາກກະຊວງການເງິນ, ກະຊວງການຕ່າງປະເທດ ແລະ  ສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມທັງໝົດ 100 ສະຫາຍ, ຍິງ 43 ສະຫາຍ.

         ໃນໄລຍະເວລາ 5 ວັນຂອງການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ 7 ເອກະສານ ແລະ 8 ຫົວຂໍໍ້ ເນື້ອໃນມີຄື: ກົດໝາຍວ່າດ້ວຍງົບປະມານຂອງລັດ, ຂໍ້ຕົກລົງວ່າດ້ວຍກຳນົດການໃຊ້ຈ່າຍດ້ວຍງົບປະມານຂອງລັດ, ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງການລົງທຶນຂອງລັດ,ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍເອກະສານ ແລະ ຄຳແນະນຳການຮ່າງເອກະສານທາງການ; ຝຶກອົບຮົມກ່ຽວກັບວຽກງານ 5 ສ, ການຂຽນແບບຟອມບົດສະເໜີໂຄງການ, ຄວາມສຳຄັນຂອງການຮ່າງເອກະສານທາງການ, ເຕັກນິກການຮ່າງເອກະສານ ໃສ່ໂປຣແກຣມ Microsoft Word, ຂໍ້ຄວນເອົາໃຈໃສ່ກ່ຽວກັບຮູບແບບ ແລະ ອົງປະກອບຂອງເອກະສານທາງການ, ນະໂຍບາຍການຕ່າງປະເທດ, ຄວາມຮູູ້ກ່ຽວກັບທຶນຊ່ວຍເຫລືອລ້າ ເພື່ອການພັດທະນາ, ວຽກພິທີການ ແລະ ມາລະຍາດທາງສັງຄົມ. ນອກນັ້ນ ຍັງໄດ້ແບ່ງເປັນກຸ່ມເພື່ອຝຶກຕົວຈິງໃນການຂຽນແບບຟອມບົດສະເໜີໂຄງການ ແລະ  ການຮ່າງເອກະສານທາງການຕື່ມອີກ.

        ຜ່ານການຝຶກອົບຮົມ ແລະ ຮັບຟັງການເຜີຍແຜ່ນິຕິກຳທີ່ສຳຄັນ ຄືດັ່ງກ່າວ ໄດ້ເປັນພື້ນຖານໃຫ້ແກ່ການສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນບັນດາເນື້້ອໃນຄວາມໝາຍສຳຄັນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງເໝາະສົມ.

        ຕອນທ້າຍພິທີ, ສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມວ່າ: ການຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳ ຄັ້ງນີ້ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນ ທີ່ທຸກການຈັດຕັ້ງຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິິງເຖິງລະບຽບ, ຫຼັກການ ແລະ ບັນດານິຕິກໍາທີ່ຕິດພັນກັບການເຄື່ອນໄຫວງານທີ່ຕົນຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຕົວຈິງ ຮັບປະກັນໄດ້ຄວາມເປັນເອກະພາບ ແລະ ຖືກຕ້ອງຕາມລະບຽບ, ຫຼັກການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.