ກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂື້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເນື້ອໃນເອກະສານຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ຄະນະພັກຄະນະຈັດຕັ້ງສູນກາງພັກ, ຄະນະພັກຮາກຖານ, ບັນດາຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ປອ ວິໄລວົງ ບຸດດາຄໍາ ໄດ້ໃຫ້ກຽດເຜີຍແຜ່ບັນດາເນື້ອໃນເອກະສານສຳຄັນຄື 1: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; 2: ເອກະສານກ່ຽວກັບການເພີ່ມທະວີການນໍາພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເພື່ອເລືອກຕັ້ງສະມາຊິກສະພາແຫ່າງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; 3: ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊົນຂັ້ນແຂວງ ຊຸດທີ V; 4: ການຈັດຕັ້ງປະຕິບັດແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຄະນະຈັດຕັ້ງສູນກາງພັກໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂອງເອກະສານ ແລະ ພ້ອມກັນດໍາເນີນໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ສອດຄ່ອງກັບສະພາບຕົວຈິງ, ຮັບປະກັນໃຫ້ມີປະສີດທິພາບ ແລະ ປະສິດທິຜົນສູງສຸດ.
ໂອກາດດຽວກັນນີ້ ບັນດາພະນັກງານ-ລັດຖະກອນ ຄຈສພ ຍັງໄດ້ຮັບຟັງການເຜີຍແຜ່ພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ແລະ ແກ້ຂໍ້ຂ້ອງໃຈ, ແລກປ່ຽນບົດຮຽນ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງສະມາຊິກສະພາປະຊາຊົນແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາປະຊາຊົນແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ໃກ້ຈະມາເຖິງໃນມໍ່ໆນີ້.