ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບຄະນະທູດ ຍີ່ປຸ່ນ
ຈຳນວນຜູ້ອ່ານ: 112
ອະນຸມັດວັນທີ: 06/08/2024

ໂດຍ: ອານຸລັກ ຈິດຕິລາດ

        ໃນວັນທີ 18 ກໍລະກົດ 2024 ທີ່ສໍານັກງານຄະນະຈັດຕັ້ງສູນກາງພັກ, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ຜູ້ໃໝ່ ພ້ອມຄະນະ.

        ໃນໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການມາປະຈໍາການຢູ່ ສປປ ລາວ ຂອງທ່ານ ໂຄອິຊຸມິ ຊຶໂຕມຸ ເຊິ່ງເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະແມ່ນການພັດທະນາວຽກງານຊັບພະຍາກອນມະນຸດ, ການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ພ້ອມທັງປຶກສາຫາລືກັນກ່ຽວກັບການເສີມຂະຫຍາຍສາຍພົວພັນການທູດລະຫວ່າງລາວ-ຍີ່ປຸ່ນ ເປັນຕົ້ນແມ່ນ ການສືບຕໍ່ຝຶກອົບຮົມຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານການນໍາ  ເຊິ່ງລັດຖະບານສອງປະເທດໄດ້ມີການພົວພັນຮ່ວມມືກັນຍາວນານ, ຜ່ານຂະບວນການພົວພັນດັ່ງກ່າວ ເພື່ອປະຕິບັດແຜນພັດທະນາເສດຖະກິດສັງຄົມ, ທຸກຂະແໜງການ ລວມທັງການພັດທະນາຊັບພະຍາກອນມະນຸດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ມີໂຄງການຮ່ວມກັບອົງການ ຂອງລັດຖະບານຍີ່ປຸ່ນ ໂດຍຜ່ານການຊ່ວຍເຫຼືອຈາກອົງການຮ່ວມມືສາກົນຍີ່ປຸ່ນ (ໄຈ່ກ່າ) ປະຈໍາ ສປປ ລາວ ໃນໄລຍະຜ່ານມາ ເລີ່ມແຕ່ປີ 2019 ແຕ່ຍ້ອນມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ຈຶ່ງໄດ້ປະຕິບັດພຽງແຕ່ປີດຽວ. ມາຮອດປີ 2023 ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ (ຜູ້ເກົ່າ) ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈ່ກ່າ) ປະຈໍາ ສປປ ລາວ ຈຶ່ງໄດ້ສືບຕໍ່ປະຕິບັດໂຄງການຈໍານວນ 02 ຄັ້ງ ໂດຍໄດ້ຄັດເລືອກ ແລະ ຈັດສົ່ງພະນັກງານຫຼັກແຫຼ່ງ, ການນໍາຂັ້ນສູງ ທັງສູນກາງ ແລະ ທ້ອງຖິ່ນ ຈໍານວນ 30 ທ່ານ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ປະເທດຍີ່ປຸ່ນ. ຄະນະຈັດຕັ້ງສູນກາງພັກ ໃນນາມຜູ້ຮັບຜິດຊອບວຽກງານນີ້ໄດ້ຕີລາຄາສູງບັນດາບົດຮຽນທີ່ໄດ້ຈາກການໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ ສາມາດນໍາໃຊ້ເຂົ້າໃນການຄຸ້ມຄອງບໍລິຫານໃນຂະແໜງການຕ່າງໆໄດ້ເປັນຢ່າງດີ ພ້ອມທັງມີທິດທາງການຮ່ວມມືກັນພັດທະນາຊັບພະຍາກອນມະນຸດ ແລະ ຫວັງຢ່າງຍິ່ງວ່າລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການສະໜັບສະໜູນ ເຮັດໃຫ້ໂຄງການດັ່ງກ່າວນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການກໍ່ສ້າງພະນັກງານຮຸ່ນໜຸ່ມທີ່ຈະສືບຕໍ່ເຮັດວຽກງານຈັດຕັ້ງ-ພະນັກງານໃນຕໍ່ໜ້າ. ຖືໂອກາດນີ້ ອວຍພອນແດ່ທ່ານພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ ແລະ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າງາມຂອງທ່ານ.