ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ອວຍພອນວັນຊາດຫວຽດນາມ ຄົບຮອບ 79 ປີ
ຈຳນວນຜູ້ອ່ານ: 88
ອະນຸມັດວັນທີ: 04/09/2024

 ໂດຍ: ພິດສະໄໝ

        ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ (2/9/1945 - 2/9/2024), ສະຫາຍ ປອ. ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຄະນະຈັດຕັ້ງສູນກາງພັກ ໄດ້ເຂົ້າອວຍພອນສະຖານທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 30 ສິງຫາ 2024.

 

        ໃນພິທີ, ສະຫາຍ ປອ. ວິສຸກ ພົມພິທັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຫວຽດນາມ ຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ຕະຫຼອດໄລຍະ 79 ປີຜ່ານມາ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນກັບສາກົນໄດ້ຮັບການເປີດກວ້າງ, ອັນໄດ້ເຮັດໃຫ້ບົດບາດ, ອິດທິພົນຂອງພັກ-ລັດ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ ຍັງໄດ້ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສັງຄົມນິຍົມ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ ແລະ ສຳເລັດການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມຢ່າງມີໄຊ.

        ຈາກນັ້ນ, ສະຫາຍ ຟານ ມິງຈ໋ຽນ ອຸປະທູດຊົ່ວຄາວ ແຫ່ງ ສສ  ຫວຽດນາມ ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ປອ. ວິສຸກ ພົມພິທັກ ພ້ອມດ້ວຍຄະນະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ; ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງປະຊາຊົນລາວ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດຍາມ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫລອດໄປ.