ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຈັດຕັ້ງສູນກາງພັກ ປປ ລາວ ພົບປະແລກປ່ຽນບົດຮຽນວິຊາສະເພາະນໍາກັນ
ຈຳນວນຜູ້ອ່ານ: 407
ອະນຸມັດວັນທີ: 10/09/2024

ໂດຍ: ລັດດາວັນ ສີຫານຸວົງ

        ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາຂອງສອງຄະນະຈັດຕັ້ງສູນກາງພັກ ປປ ລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໃນຖານະເປັນເສນາທິການໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ; ໃນວັນທີ 10 ກັນຍາ 2024 ນີ້ ຢູ່ທີ່ສໍານັກງານຄະນະຈັດຕັ້ງສູນກາງພັກ ປປ ລາວ, ຄະນະຜູ້ແທນຂັ້ນສູງຂອງສອງຄະນະຈັດຕັ້ງສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນວິຊາສະເພາະເຊິ່ງກັນແລະກັນ.

        ຄະນະຜູ້ແທນຂັ້ນສູງຂອງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຟານ ທັງ ອານ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ແລະ ຄະນະຈັດຕັ້ງສູນກາງພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ.

        ໃນການພົບປະແລກປ່ຽນບົດຮຽນວິຊາສະເພາະຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ກັນຊາບ ແລະ ໄດ້ແລກປ່ຽນບາງບົດຮຽນກ່ຽວກັບວຽກງານຈັດຕັ້ງ ເປັນຕົ້ນແມ່ນວຽກງານການຈັດຕັ້ງຮາກຖານພັກ, ສະມາຊິກພັກ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ, ການເປັນເສນາທິການໃນການສະເໜີປັບປຸງກົດລະບຽບພັກ ແລະ ບັນຫາອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈ.

        ການພົບປະແລກປ່ຽນບົດຮຽນທັງສອງຝ່າຍ ແມ່ນເຕັມໄປດ້ວຍບັນຍາກາດທີ່ສະໜິດສະໜົມ, ໄມຕີຈິດມິດຕະພາບອັນດູດດື່ມ, ໝົດຈິດໝົດໃຈ, ຄວາມສາມັກຄີຮັກແພງແບບພິເສດຖານສະຫາຍອ້າຍ-ນ້ອງ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍ່ຄື ສອງຄະນະຈັດຕັ້ງສູນກາງພັກພວກເຮົາ ເຊິ່ງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.