ພາບ ແລະ ຂ່າວໂດຍ: ສ.ສົດໃສ
ໃນວັນທີ 18 ກຸມພາ 2025 ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຊູເດສ ມາເນຍ (Mr. Sudesh Maniar) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ.
ຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ເພື່ອແນະນຳໂຕ ແລະ ປຶກສາຫາລືກ່ຽວກັບການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ສິງກະໂປ ຕະຫຼອດໄລຍະເວລາ 50 ປີ (ວັນທີ 2 ທັນວາ 1974 – 2 ທັນວາ 2025), ທັງເປັນການຈັດຕັ້ງຜັນຂະຫຍາຍສາຍພົວພັນການຮ່ວມມືຂອງທັງສອງຝ່າຍ ໃນໂຄງການຝຶກອົບຮົມຄວາມເປັນຜູ້ນຳ ແລະ ການປົກຄອງຂັ້ນສູງ ຂອງ ສປປ ລາວ.
ໂອກາດດັ່ງກ່າວ ທ່ານ ຊູເດສ ມາເນຍ (Mr. Sudesh Maniar) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈແລກປ່ຽນຂໍ້ມູນທີ່ໜ້າສົນໃຈ; ພ້ອມນີ້ທ່ານຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບວຽກງານໂຄງການຍົກລະດັບທາງດ້ານພາສາອັງກິດ, ນະໂຍບາຍພາກລັດ ແລະ ການບູລະນະການປົກຄອງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ທີ່ສອງຝ່າຍສົນໃຈ ໃນໄລຍະທີ່ຜ່ານມາ ເລີ່ມແຕ່ປີ 2003-2023 ແລະ ທິດທາງແຜນການໃນປີ 2024-2025 ຂອງສາທາລະນະລັດ ສິງກະໂປ ໄດ້ສະເໜີແຜນຈະຈັດຝຶກອົບຮົມຂຶ້ນຕື່ມອີກ; ພ້ອມດຽວກັນ ກໍຈະສືບຕໍ່ປະຕິບັດໜ້າທີ່ໃນເວລາດໍາລົງຕໍາແໜ່ງໃຫ້ດີທີ່ສຸດ ເພື່ອປະກອບສ່ວນເພີ່ມພູມຄູນສ້າງ ແລະ ເຮັດໃຫ້ສາຍພົວພັນຮ່ວມມືມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ສິງກະໂປ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ.
ໃນຕອນທ້າຍ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນກ່ຽວກັບການສືບຕໍ່ປະຕິບັດໂຄງການ ບຳລຸງຍົກລະດັບທາງດ້ານພາສາອັງກິດ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂອງ ສປປ ລາວ ແລະ ໂຄງການກ່ຽວກັບນະໂຍບາຍພາກລັດ ແລະ ການບູລະນະການປົກຄອງສຳລັບພະນັກງານອາວຸໂສ ຂອງລາວ ທີ່ຢູ່ສູນກາງ ແລະ ທ້ອງຖິ່ນໄປຝຶກອົບຮົມຢູ່ສາທາລະນະລັດ ສິງກະໂປ ເພື່ອຮັດແໜ້ນການຮ່ວມມືທີ່ດີລະຫວ່າງສອງປະເທດໃຫ້ນັບມື້ແໜ້ນແຟ້ນ. ພ້ອມນີ້ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່ ຈະສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນຊຸກຍູ້ ແລະ ເພີ່ມພູມຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ກໍຄື ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.