ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພະນັກງານ ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຝຶກອົບຮົມ ການປົກຄອງ ຢູ່ ສປ ຈີນ
ຈຳນວນຜູ້ອ່ານ: 145
ອະນຸມັດວັນທີ: 16/06/2025

ໂດຍ: ມານະສິນ ລັບຫລ່ຽມແສງ

     ໃນລະຫວ່າງວັນທີ 14 ພຶດສະພາ ຫາວັນທີ 3 ມິຖຸນາ 2025 ຢູ່ທີ່ແຂວງຈຽງຊີ ສປ ຈີນ, ພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ : "ການປົກຄອງຢ່າງມີຄວາມຮັບຜິດຊອບ" ຮ່ວມກັບຜູ້ແທນຈາກປະເທດລາວ, ກຳປູເຈຍ ແລະ ມາເລເຊຍ ໂດຍການສະໜັບສະໜູນຈາກລັດຖະບານ ສປ ຈີນ. ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ; ໃນນີ້ ຜູ້ເຂົ້າຮ່ວມຈາກ ສປປ ລາວ ມີ 8 ທ່ານ ຈາກ 3 ພາກສ່ວນ ຄື: ຄະນະຈັດຕັ້ງສູນກາງພັກ 2 ທ່ານ, ຄະນະກວດກາສູນກາງພັກ 2 ທ່ານ, ນະຄອນຫຼວງວຽງຈັນ 4 ທ່ານ.

     ຈຸດປະສົງຫຼັກຂອງໂຄງການຝຶກອົບຮົມນີ້ແມ່ນເພື່ອເສີມສ້າງສາຍພົວພັນມິດຕະພາບແບບຍືນຍົງ ແລະ ສົ່ງເສີມການຮ່ວມມືລະຫວ່າງ ສປ ຈີນ, ສປປ ລາວ, ກຳປູເຈຍ ແລະ ມາເລເຊຍ ໂດຍສະເພາະໃນຂົງເຂດເສດຖະກິດ-ການຄ້າ, ການຄຸ້ມຄອງລັດ ແລະ ການພັດທະນາເສດຖະກິດ-ສັງຄົມ. ໂຄງການດັ່ງກ່າວຖືເປັນຂົວຕໍ່ທີ່ສຳຄັນໃນການແລກປ່ຽນບົດຮຽນ ແລະ ປະສົບການດ້ານການບໍລິຫານລັດ ແລະ ເສີມສ້າງການພົວພັນຮ່ວມມືທີ່ດີລະຫວ່າງປະເທດເຈົ້າພາບ ແລະ ບັນດາປະເທດເປົ້າໝາຍເຂົ້າຮ່ວມ ແລະ ລະຫວ່າງບັນດາປະເທດທີ່ເຂົ້າຮ່ວມຝຶກອົບຮົມດ້ວຍກັນ. ຕະຫຼອດໄລຍະເວລາການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍພາກທິດສະດີທັງໝົດ 14 ບົດ ເຊິ່ງກວມເອົາເນື້ອໃນທີ່ສຳຄັນ ແລະ ກ່ຽວຂ້ອງກັບການພັດທະນາການປົກຄອງທີ່ດີ ໂດຍອີງໃສ່ປະສົບການ ແລະ ແນວທາງການພັດທະນາຂອງ ສປ ຈີນ. ບົດຮຽນດັ່ງກ່າວປະກອບມີເນື້ອໃນຕົ້ນຕໍ ດັ່ງນີ້:

1.      ສ້າງຄວາມເຂົ້າໃຈກ່ຽວກັບການພັດທະນາຂອງຈີນ ແລະ ບົດບາດໃນເວທີສາກົນ

2.      ການຍົກສູງປະສິດທິພາບການບໍລິຫານລັດ ແລະ ການບໍລິການສາທາລະນະ

3.      ການສ້າງຄວາມເຂັ້ມແຂງດ້ານຄວາມຮັບຜິດຊອບ ແລະ ການນຳໃຊ້ນະວັດຕະກໍາ

4.      ການຄຸ້ມຄອງໃນຕົວເມືອງ ແລະ ຊົນນະບົດ

     ພາຍຫຼັງຮຽນພາກທິດສະດີແລ້ວ, ຄະນະຮັບຜິດຊອບໂຄງການໄດ້ນຳພາຜູ້ເຂົ້າຮ່ວມຝຶກອົບຮົມ ໄປທັດສະນະສຶກສາເບິ່ງພຶດຕິກຳຕົວຈິງ ຢູ່ຮາກຖານທ້ອງຖິ່ນຈຳນວນໜຶ່ງ, ຢ້ຽມຊົມຫໍພິພິທະພັນມູນເຊື້ອປະຫວັດການເຕີບໃຫຍ່ຂອງພັກກອມມູນິດຈີນ, ສະຖານທີ່ປະຊຸມແຫ່ງທຳອິດ ຢູ່ນະຄອນຊຽງໄຮ, ສະຖາບັນການເມືອງ ແລະ ການປົກຄອງ ຈິງກັງຊານ, ໂຮງຮຽນພັກ ນະຄອນຟູໂຈ ແລະ ສະຖານທີ່ອື່ນໆທາງດ້ານປະຫວັດສາດຂອງພັກ. ການຝຶກອົບຮົມຄັ້ງນີ້ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການພັດທະນາການປົກຄອງທີ່ມີຄວາມຮັບຜິດຊອບ ແລະ ສົ່ງເສີມການຮ່ວມມືສາກົນ ເຊິ່ງຈະເປັນພື້ນຖານອັນແຂງແກ່ນສຳລັບການພັດທະນາທີ່ຍືນຍົງໃນອະນາຄົດ. ການຕີລາຄາໂຄງການຝຶກອົບຮົມ "ການປົກຄອງຢ່າງມີຄວາມຮັບຜິດຊອບ" ຄັ້ງນີ້ ຖືເປັນໂອກາດອັນສຳຄັນໃນການພັດທະນາຄຸນນະພາບຂອງພະນັກງານ-ລັດຖະກອນ ແລະ ເສີມສ້າງການຮ່ວມມືລະຫວ່າງປະເທດ ໃຫ້ມີຄວາມສາມັກຄີແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.