ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ຄະນະຈັດຕັ້ງສູນກາງພັກ ປປ ລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ
ຈຳນວນຜູ້ອ່ານ: 220
ອະນຸມັດວັນທີ: 20/08/2025

ໂດຍ: ພິດສະໄໝ ວິໄລຮັກ

        ເພື່ອເປັນການເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງພັກ-ລັດຖະບານ ເວົ້າລວມ, ເວົ້າສະເພາະສອງອົງການຈັດຕັ້ງ ຄື: ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໃນຖານະເປັນເສນາທິການໃຫ້ແກ່ສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ; ໃນວັນທີ 19 ສິງຫາ 2025 ຄະນະຜູ້ແທນຂັ້ນສູງຂອງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນ ແທ່ງ ເຕິມ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ.

        ໃນກອງປະຊຸມພົບປະແລກປ່ຽນບົດຮຽນວິຊາສະເພາະ, ຄະນະທັງສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍ່ຄືການສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ກັນຊາບ. ຈາກນັ້ນ, ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບັນຫາອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະແມ່ນວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ທັງສອງປະເທດຕ່າງກໍ່ໄດ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່; ບັນຍາກາດ  ເຕັມໄປດ້ວຍຄວາມສະໜິດສະໜົມ, ນໍ້າໃຈໄມຕີຈິດມິດຕະພາບອັນດູດດື່ມ, ໝົດຈິດໝົດໃຈ, ຄວາມສາມັກຄີຮັກແພງແບບພິເສດຖານສະຫາຍອ້າຍ-ນ້ອງ ເຊິ່ງເປັນການຢັ້ງຢືນຄືນຢ່າງເລິກເຊິ່ງເຖິງການສືບທອດ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ; ພິເສດແມ່ນລະຫວ່າງສອງຄະນະຈັດຕັ້ງສູນກາງພັກໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

        ການມາຢ້ຽມຢາມ-ເຮັດວຽກຂອງຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມຄັ້ງນີ້ ມີວາລະການເຄື່ອນໄຫວເຮັດວຽກຢູ່ລາວ ແຕ່ວັນທີ 19-21 ສິງຫາ 2025 ເຊິ່ງມື້ທຳອິດແມ່ນເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ມື້ທີ 2 ເຮັດວຽກຮ່ວມກັບຄະນະນໍາແຂວງວຽງຈັນ ແລະ ມື້ທີ 3 ເຂົ້າຢ້ຽມຂໍ່ານັບຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ຢ້ຽມຊົມຫໍພິພິທະພັນ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດຈຳນວນໜຶ່ງ ກ່ອນກັບຄືນປະເທດໃນຕອນຄໍ່າຂອງວັນດຽວກັນ.