ພາບ - ຂ່າວ: ລັດດາວັນ
ໃນວັນທີ 19 ສິງຫາ 2025 ທີ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ປອ. ວິສຸກ ພົມພິທັກ ຮອງຫົວໜ້າ ຄຈສພ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນຊາດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945 - 2/9/2025) ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ (28/08/1945 - 28/08/2025).
ໃນໂອກາດນີ້, ສະຫາຍ ປອ. ວິສຸກ ພົມພິທັກ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານຄະນະຈັດຕັ້ງສຸນກາງພັກ ສະແດງຄວາມຊົມເຊີຍ ແລະ ອວຍພອນສະຫາຍ ຫງວຽນ ມິງ ເຕີມ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ທີ່ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ແລະ ຕີລາຄາສູງຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງ ສສ ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ລາຍງານໃຫ້ຊາບ ກ່ຽວກັບບາງວຽກງານທີ່ສຳຄັນ ເພື່ອສືບຕໍ່ການຮ່ວມມືກັນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ທີ່ຍາມໃດກໍ່ໄດ້ໃຫ້ການຮ່ວມມື, ອຳນວຍຄວາມສະດວກ ກັບຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານຕະຫຼອດໄລຍະຜ່ານມາ.
ພ້ອມນີ້, ຍັງໄດ້ໃຫ້ຊາບກ່ຽວກັບບາງວຽກງານຂອງພັກ-ລັດ ຂອງ ສປປ ລາວ ເປັນຕົ້ນ ຂະບວນການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ໄດ້ກ່າວອວຍພອນ ສະຫາຍ ຫງວຽນ ມິງ ເຕິມ ຈົ່ງມີສຸຂະພາບແຂງແຮງ, ປະຕິບັດສຳເລັດໜ້າທີ່ຂອງຕົນ ແລະ ອວຍພອນແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ - ລາວ ນັບມື້ນັບເກີດດອກອອກຜົນ.
ໂອກາດດຽວກັນນີ້, ສະຫາຍ ຫງວຽນ ມິງ ເຕິມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຄະນະນໍາຂອງ ຄຈສພ ທີ່ໄດ້ມາອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ໃນຄັ້ງນີ້ ແລະ ໄດ້ລາຍງານໃຫ້ຊາບ ກ່ຽວກັບຫຼາຍຜົນງານທີ່ພົ້ນເດັ່ນ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກກອມມູນິດຫວຽດນາມ ຊຶ່ງພັກ-ລັດ ແລະ ປະຊາ ຊົນຫວຽດນາມ ໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ຜົນງານພົ້ນເດັ່ນຄືດັ່ງກ່າວນັ້ນ ແມ່ນປາສະຈາກບໍ່ໄດ້ ຈາກການຮ່ວມມືຊ່ວຍເຫຼືອຈາກເພື່ອນສະຫາຍ ໂດຍສະເພາະ ແມ່ນການຮ່ວມມືຊ່ວຍເຫຼືອໝົດຈິດໝົດໃຈຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວອ້າຍນ້ອງ ເຮັດໃຫ້ຄວາມສາມັກຄີພິເສດຂອງພວກເຮົາໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.