ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມວິຊາການຂອງໜ່ວຍງານຍ່ອຍດ້ານການປັບປຸງທາງລັດຖະການ ແລະ ການມີສ່ວນຮ່ວມຂອງປະຊາຊົນ
ຈຳນວນຜູ້ອ່ານ: 199
ອະນຸມັດວັນທີ: 20/10/2025

ໂດຍ: ນາງ ເກດສະໜາ ວິໄລທອງ

        ວັນທີ 10 ຕຸລາ 2025 ນີ້ ກອງປະຊຸມວິຊາການຂອງໜ່ວຍງານຍ່ອຍດ້ານການປັບປຸງທາງລັດຖະ ການ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ຄະນະຈັດຕັ້ງສູນກາງພັກ ໂດຍ ການເປັນປະທານຂອງທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການທີ່ກຽວຂ້ອງ ຈາກສະພາແຫ່ງຊາດ, ຜູ້ຕາງໜ້າຈາກບາງກະຊວງ-ອົງການ, ອົງການຈັດຕັ້ງສັງຄົມລາວ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ສະຫະພາບເອີຣົບ, ອົງການຮ່ວມມືເພື່ອການພັດທະນາ ​ສະ​ວິດເຊິ​​ແລນ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ.

        ໃນກອງປະຊຸມ ໄດ້ຮັບຟັງສະພາບການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ພາຍຫຼັງທີ່ມີການປັບປຸງກົງຈັກການຈັດຕັ້ງ ຈາກກົມພັດທະນາການບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ; ນອກຈາກນີ້ ກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດຄໍາເຫັນກ່ຽວກັບການປັບປຸງພາລະບົດບາດ, ການກຳນົດຕຳແໜ່ງງານເປັນແຕ່ລະບັນຫາຢ່າງລະອຽດ. ຜ່ານການຮັບຟັງການສະເໜີ ແລະ ການປະກອບຄໍາຄິດຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແມ່ນການປະຕິບັດແນວທາງການຈັດຕັ້ງຂອງພັກ ແລະ ລັດ, ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ເນື້ອແທ້ ແມ່ນການບໍລິຫານຈັດການອົງການ ເພື່ອນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ, ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ.

        ໃນທ້າຍເດືອນ ຕຸລາ 2025 ນີ້, ກອງເລຂາໜ່ວຍງານດ້ານການປົກຄອງ ໄດ້ມີແຜນການກະກຽມ ຈັດກອງປະຊຸມປະຈຳປີຂອງຕົນ ໂດຍໄດ້ກະກຽມເນື້ອໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລ ຍະ 5 ປີ ແລະ ທິດທາງແຜນການ 5 ປິຕໍ່ໜ້າ ເພື່ອສະໜັບສະໜູນໃຫ້ແກ່ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ໃນເດືອນພະຈຶກ 2025 ທີ່ຈະມາເຖິງນີ້.

        ຕອນທ້າຍກອງປະຊຸມ ສະຫາຍ ວັນນະ ບຸບຜາ ໄດ້ກ່າວສະແດງຄວາມຂອບໃຈມາຍັງບັນດາ ການຈັດຕັ້ງພາກລັດທຸກພາກສ່ວນ ລວມທັງອົງການຈັດຕັ້ງທາງສັງຄົມ(ສະມາຄົມ), ຄູ່ຮ່ວມພັດທະນາທີ່ໄດ້ ໃຫ້ການສະໜັບສະໜູນວຽກງານການປົກຄອງ ກໍຄືໜ່ວຍງານດ້ານການປົກຄອງ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ອົງການຮ່ວມມືເພື່ອການ ພັດທະນາຂອງປະເທດສະວິດເຊີແລນ (SDC) ກໍຄື ລັດຖະບານສະວິດເຊີແລນ ທີ່ເປັນຄູ່ຮ່ວມມືຍາວນານ, ລວມທັງຄູ່ຮ່ວມມືອື່ນໆ ເປັນຕົ້ນແມ່ສະຫະພາບເອີຣົບ, ລັດຖະບານເຢຍລະມັນ, ທະນາຄານໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຫຼາຍໆໂຄງການ ແລະ ກິດຈະກໍາວຽກງານຕ່າງໆ ໃນຂົງເຂດການປົກຄອງໃນໄລຍະຊຸມປີຜ່ານມາ.