ໂດຍ: ລັດດາວັນ
ອີງຕາມ ລັດຖະດຳລັດ ສະບັບເລກທີ 115/ປປທ, ລົງວັນທີ 7 ກໍລະກົດ 2025 ວ່າດ້ວຍການປະດັບຫລຽນໄຊພັດທະນາ ຊັ້ນ III, ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ແກ່ ທ່ານ ປອ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ທີ່ມີຜົນງານພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫລືອທຶນຮອນໃຫ້ກະຊວງພາຍໃນ (ໃນປີ 2024) ເພື່ອນຳໃຊ້ເຂົ້າໃນການສ້ອມແປງຕຶກອາຄານ ແລະ ປັບປຸງສູນບໍລິການປະຕູດຽວ ກໍຄື ປະກອບສ່ວນໃນການພັດທະນາປະເທດຊາດ ລວມມູນຄ່າ 1,050,000,000 ກີບ.
ໃນວັນທີ 16 ຕຸລາ 2025 ຢູ່ທີ່ ທະນາຄານ IBC, ໄດ້ມີພິທີມອບ - ຮັບຫລຽນໄຊພັດທະນາ ຊັ້ນ III ໃຫ້ກຸ່ມບໍລິສັດ ເອໄອເອັຟ ຈຳກັດ; ໃຫ້ກຽດມອບຫລຽນໂດຍ ທ່ານ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ຕາງໜ້າກຸ່ມ ບໍລິສັດຂຶ້ນຮັບຫລຽນ ໂດຍ ທ່ານ ປອ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ, ມີບັນດາອຳນວຍການ, ຮອງອຳນວຍການທະນາຄານ ທີ່ຂຶ້ນກັບກຸ່ມບໍລິສັດເອໄອເອັຟ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ກຸ່ມບໍລິສັດ ເອໄອເອັຟ ຈຳກັດ ເປັນກຸ່ມບໍລິສັດໜຶ່ງ ທີ່ມີຄວາມອາດສາມາດສູງໃນສປປ ລາວ, ປັດຈຸບັນມີບໍລິສັດໃນເຄືອຫຼາຍກວ່າ 35 ບໍລິສັດ ທີ່ໄດ້ດຳເນີນທຸລະກິດຫຼາຍຂະແໜງການ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການເງິນ-ການທະນາຄານ, ການກໍ່ສ້າງພື້ນຖານໂຄງລ່າງ, ກະສິກຳ, ການຄ້າ ແລະ ການບໍລິຫານ, ການຂົນສົ່ງ, ອະສັງຫາລິມມະຊັບ, ພະລັງງານ, ໂທລະຄົມ, ໄອທີ, ການພັດທະນາຊັອບແວ ແລະ ໄດ້ຮັບໃຊ້ບັນດາວຽກງານຫັນເປັນທັນສະໄໝ ຂອງລັດຖະບານໃນຫຼາຍຂະແໜງການ.
ໂອກາດນີ້ ທ່ານ ປອ ລິດທິກອນ ພູມມະສັກ ໄດ້ມີຄໍາເຫັນກ່າວຂອບໃຈ ມາຍັງການນຳພັກ-ລັດ ທີ່ໄດ້ຈັດພິທີອັນມີກຽດສະຫງ່ານີ້ ມອບຫລຽນໄຊພັດທະນາ ຊັ້ນ III ໃຫ້ກຸ່ມບໍລິສັດ ພ້ອມທັງສະແດງຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ມີສ່ວນຮ່ວມໃນການສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.