ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສູນກາງສະຫະພັນກຳມະບານລາວ ລົງຊຸກຍູ້ວຽກງານກຳມະບານ ຢູ່ສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 180
ອະນຸມັດວັນທີ: 15/08/2024

     ໂດຍ: ສ.ແກ້ວນິນັນລັດ

     ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ສະຫະພັນກໍາມະບານຄະນະຈັດ ຕັ້ງສູນກາງພັັກ ໃນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ໃນກາງເດືອນ ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຄະນະຈັດຕັ້ງສູນກາງພັກ ໂດຍມີສະຫາຍ ຄຸນເພັງ ໄຊສະຫວາດ ປະທານສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາເຮັດວຽກຂອງສະຫາຍ ວິໄລ ວົງກະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ດ້ວຍບັນຍາກາດທີ່ອົບອຸ່ນ.

     ໃນການເຮັດວຽກຄັ້ງນີ້ ປະທານສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານກຳມະບານຮອບດ້ານແຕ່ລະໄລຍະໃນຄວາມຮັບຜິດຊອບຂອງຕົນ ຕໍ່ສູນກາງສະຫະພັນກຳມະບານລາວ ຮັບຊາບ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ກໍ່ສ້າງສະມາຊິກກຳມະບານ, ວຽກງານວິຊາສະເພາະ,​ ວຽກງານຂະບວນການ 5 ເປັນເຈົ້າ,​ ວຽກງານປົກປ້ອງສິດຜົນປະໂຫຍດ ແລະ ນະໂຍບາຍຂອງສະມາຊິກກຳມະບານ, ວຽກງານການເງິນ ແລະ ວຽກງານຕິດຕາມ-ກວດກາ, ວຽກງານບໍລິຫານ-ແຜນການ ແລະ ວຽກງານອື່ນໆ. ໃນບົດລາຍງານໄດ້ຍົກໃຫ້ເຫັນຜົນສຳເລັດ, ດ້ານດີ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ; ສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ປະກອບມີຄະນະບໍລິຫານງານ 09 ສະຫາຍ,​ ຍິງ 01 ສະຫາຍ, ມີ 09 ໜ່ວຍກໍາມະບານຮາກຖານຂຶ້ນກັບ, ມີຄະນະໜ່ວຍກຳມະບານຮາກຖານ 22 ສະຫາຍ, ຍິງ 09 ສະຫາຍ, ລວມມີສະມາຊິກກຳມະບານທັງໝົດ 181 ສະຫາຍ, ຍິງ 80 ສະຫາຍ. ຫຼັງຈາກຮັບຟັງການລາຍງານຄືດັ່ງກ່າວແລ້ວ ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ມີການສົນທະນາ ແລະ ຕັ້ງບັນຫາເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານແຕ່ລະດ້ານຂອງກຳມະບານ ເພື່ອເປັນການເສີມສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານກຳມະບານຕື່ມອີກບາດກ້າວໜຶ່ງ ໃນການນຳພາ-ຊີ້ນຳສະມາຊິກຂອງຕົນຢູ່ແຕ່ລະໜ່ວຍກຳມະບານຮາກຖານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

     ໃນຕອນທ້າຍ ສະຫາຍ ວິໄລ ວົງກະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ມີຄຳເຫັນໂອ້ລົມ ເນັ້ນຕື່ມບາງບັນຫາທີ່ຄະນະສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ເປັນຕົ້ນແມ່ນປະຕິບັັດຕາມ 4 ພາລະບົດບາດຂອງກຳມະບານ, ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກເປັນປະຈຳ ຍິ່ງປະຈຸບັນ ສະພາບການເສດຖະກິດຢູ່ປະເທດເຮົາພວມປະສົບກັບໄພເງິນເຟີ້ ເງິນກີບອ່ອນຄ່າ ເຊິ່ງມັນໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງສະມາຊິກກຳມະບານເຮົາໂດຍກົງ, ຍິ່ງຕ້ອງຮຽກຮ້ອງໃຫ້ປະຕິບັດກົດລະບຽບຢ່າງເຂັ້ມງວດ, ກຳແໜ້ນນິຕິກຳຂອງຂັ້ນເທິງ, ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ກໍ່ສ້າງ-ບຳລຸງຍົກລະດັບສະມາຊິກຢ່າງຕໍ່ເນື່ອງ ເພື່ອກະກຽມດ້ານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂັ້ນຂອງຕົນ ໂດຍສະເພາະແມ່ນຂັ້ນຮາກຖານໜ່ວຍຕ້ອງໄດ້ມີເປົ້າໝາຍຄັກແນ່ ຮັບປະກັນຄວາມຖືກຕ້ອງຕາມນິຕິກໍາທີ່ວາງອອກຢ່າງເຂັ້ມງວດ.