ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະບໍລິຫານງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ຈັດຝຶດອົບຮົມ-ແລກປ່ຽນຫົວຂໍ້ສະເພາະໃຫ້ແກ່ສະມາຊິກຊາວໜຸ່ມ
ຈຳນວນຜູ້ອ່ານ: 108
ອະນຸມັດວັນທີ: 03/09/2024

             ໂດຍ: ອານຸລັກ

  ໃນວັນທີ 23 ສິງຫາ 2024, ຄະນະບໍລິຫານງານຊາວໜຸ່ມ (ຄຊໜ) ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດຝຶກອົບຮົມ-ແລກປ່ຽນຫົວຂໍ້ສະເພາະໃຫ້ແກ່ສະມາຊິກຊາວໜຸ່ມ ຄຈສພ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອນສະຫວັນ ໄຊຊະນະ ຄະນະພັກ, ຜູ້ຊ່ວຍຊີ້ນໍາອົງການຈັດຕັ້ງຊາວໜຸ່ມ ຄຈສພ, ມີຄະນະບໍລິຫານງານຊາວໜຸ່ມ ຄຈສພ, ສະມາຊິກຊາວໜຸ່ມ ຄຈສພ ເຂົ້າຮ່ວມທັງໝົດ 74 ສະຫາຍ, ຍິງ 33 ສະຫາຍ.

        ການຈັດຝຶກອົບຮົມຄັ້ງນີ້ ເປັນໜຶ່ງໃນກິດຈະກໍາລວມ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງຊາວໜຸ່ມ ເຊິ່ງປະຈຸບັນ ແມ່ນພວມສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນໜ່ວຍຊາວໜຸ່ມຮາກຖານ, ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄຈສພ ໃຫ້ສໍາເລັດຕາມກໍານົດເວລາ ໃນທ້າຍປີ 2024. ຊຸດຝຶກອົບຮົມຄັ້ງນີ້ ໃຊ້ເວລາ 1 ວັນ, ມີຫົວຂໍ້ບົດຂຶ້ນນໍາສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງຫມົດ 4 ຫົວຂໍ້ ຄື: 1. ວຽກງານການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກ ນໍາສະເໜີໂດຍ ໜ່ວຍຊາວໜຸ່ມກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ; 2. ວຽກງານຄຸ້ມຄອງພະນັກງານ ນໍາສະເໜີໂດຍ ໜ່ວຍຊາວໜຸ່ມ ກົມຄຸ້ມຄອງພະນັກງານ; 3. ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່ ນໍາສະເໜີໂດຍ ໜ່ວຍຊາວໜຸ່ມກົມກໍ່ສ້າງພັກ; 4. ຄວາມຮູ້ພື້ນຖານວຽກງານໂຄສະນາ ແລະ ການຂຽນບົດຄວາມ ນໍາສະເໜີໂດຍ ໜ່ວຍຊາວໜຸ່ມກົມໂຄສະນາກໍ່ສ້າງພັກ-ພະນັກງານ.

        

        ໃນພິທີ ສະຫາຍ ພອນສະຫວັນ ໄຊຊະນະ ຕາງໜ້າໃຫ້ຄະນະພັກຂັ້ນເທິງ ໄດ້ມີຄໍາເຫັນ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ຄະນະ​ຮັບຜິດຊອບ​ຊຸດ​ຝຶກ​ອົບຮົມ​ ກໍຄືຄະນະບໍລິຫານງານຊາວໜຸ່ມ ຄຈສພ ທີ່ໄດ້ເປັນ​ເຈົ້າການກະກຽມ​ໃນ​ທຸກ​ດ້ານເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນ ເຊິ່ງເປັນການລິເລີ່ມສ້າງຂະບວນການທີ່ດີ ມີເນື້ອໃນ. ການຝຶກອົບຮົມແລກປ່ຽນຫົວຂໍ້ສະເພາະໃນຄັ້ງນີ້, ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນ ຕິດພັນກັບວຽກພັກ-ພະນັກງານໂດຍກົງ ຖືເປັນການ​ສ້າງ​ໂອກາດ​ທີ່​ດີ​ໃຫ້​ແກ່​​ສະມາຊິກຊາວໜຸ່ມພາຍໃນ ຄຈສພ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ສ້າງໃຫ້ເກີດຄວາມ​ຮັບຮູ້, ຄວາມເຂົ້າໃຈ​ກ່ຽວກັບບັນດາພື້ນຖານ​ທາງ​ດ້ານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ສ້າງໂອກາດໃຫ້ສະມາຊິກຊາວໜຸ່ມໄດ້ນໍາເອົາບົດຮຽນຈາກການເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ໄປປັບໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານປະຈໍາວັນຂອງຕົນ ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ. ສະຫາຍ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຕິດຕາມ, ຄົ້ນຄວ້າ ຕໍ່ຫົວຂໍ້ນໍາສະເໜີດັ່ງກ່າວ; ພ້ອມທັງສະຫຼຸບສັງລວມ, ຖອດຖອນບົດຮຽນໃນຊຸດຝຶກອົບຮົມຄັ້ງນີ້ ລາຍງານຕໍ່ຄະນະພັກ ຄຈສພ ເພື່ອມີທິດຊີ້ນໍາໃຫ້ແກ່ການກະກຽມເປີດຊຸດຝຶກອົບຮົມໃນຄັ້ງຕໍ່ໆໄປ.