ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງ ຄຈສພ ສະຫຼຸບວຽກງານ ປະຈຳປີ 2024 ແລະ ຈັດການປະກວດແຂ່ງຂັນການເປັນວິທະຍາກອນ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 21/03/2025

ຂ່າວ: ແສງຄຳ

ພາບ: ພິດສະໄໝ

     ໃນວັນທີ 11 ມີນາ 2025 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແມ່ຍິງປະຈຳປີ 2024 ແລະ ຈັດການແຂ່ງຂັນການເປັນວິທະຍາກອນ ນໍາສະເໜີບົດຂຶ້ນຫ້ອງສອນຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (08/3/1910-08/3/2025) ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ (22 ມີນາ 1955 - 22 ມີນາ 2025)  ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (22 ມີນາ 1955 - 22 ມີນາ 2025) ຄົບຮອບ 70 ປີ ໂດຍການເປັນປະທານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຄຈສພ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ສີບານ ສີສະອາດ ກໍາມະການຄະນະພັກ ຄຈສພ, ຜູ້ຊ່ວຍຊີ້ນຳອົງການຈັດຕັ້ງສະຫະພັນແມ່ຍິງ ຄຈສພ, ມີສະຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ປະທານສະຫະພັນແມ່ຍິງ ຄຈສພ, ມີຄະນະສະຫະພັນແມ່ຍິງ ຄຈສພ, ຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ, ສູນ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກແມ່ຍິງ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ສະຫາຍ ນາງ ວິໄລ ອຸ່ນມີໄຊ ປະທານສະຫະພັນແມ່ຍິງ ຄຈສພ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແມ່ຍິງ ປະຈຳປີ 2024 ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນປີ 2025 ເຊິ່ງໃນໄລຍະຜ່ານມາ ອົງການຈັດຕັ້ງສະຫະພັນແມ່ຍິງ ຄຈສພ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນໄດ້ດີ, ມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ຢ່າງເປັນປົກກະຕິ; ໄດ້ມີການສ້າງແຜນການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງໃນແຕ່ລະໄລຍະ ແລະ ເຄື່ອນໄຫວຕາມແຜນການ; ບັນດາໜ່ວຍແມ່ຍິງ ໄດ້ມີການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ມີການສະຫຼຸບ, ລາຍງານການເຄື່ອນໄຫວໜ່ວຍຂອງຕົນ ແລະ ສົ່ງບົດສະຫຼຸບ ປະຈໍາເດືອນ, ປະຈໍາໄຕມາດເປັນປົກກະຕິ; ສະມາຊິກແມ່ຍິງ ມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ  ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນ ມີຜົນສໍາເລັດ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ກໍ່ຄືຂອງແມ່ຍິງລາວໄດ້ເປັນຢ່າງດີ; ຄຽງຄູ່ກັນນັ້ນກໍ່ຍັງມີບາງຈຸດອ່ອນຂໍ້ຄົງຄ້າງຈໍານວນໜຶ່ງເປັນຕົ້ນວຽກງານສຶກສາອົບຮົບການເມືອງ-ແນວຄິດ ບໍ່ທັນລົງເລິກແທດເຖິງເປົ້າໝາຍ, ສະມາຊິກສະຫະພັນແມ່ຍິງຈຳນວນໜຶ່ງ ການຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ-ລັດ, ກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ ຍັງບໍ່ທັນເລິກເຊິ່ງ; ການປະຕິບັດລະບອບດໍາເນີນຊີວິດການເມືອງ ຂອງໜ່ວຍສະຫະພັນແມ່ຍິງບາງໜ່ວຍ ບໍ່ເປັນປົກກະຕິ, ບາງໜ່ວຍການປະຕິບັດລະບອບການລາຍງານຍັງບໍ່ທັນໄດ້ດີ; ການຊອກຮູ້ຮໍ່າຮຽນດ້ວຍຕົນເອງ, ການປະກອບຄໍາເຫັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ກົງຈັກການຈັດຕັ້ງ ກໍ່ຄືວຽກງານຂອງສະຫະພັນແມ່ຍິງ ຍັງຈໍາກັດ; ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານແມ່ຍິງໃນຕໍ່ໜ້າ ໄດ້ວາງທິດທາງແຜນການປີ 2025 ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ ໃນການຄົ້ນຄວ້າ-ເຊື່ອມຊຶມ, ນິຕິກໍາຂອງພັກ-ລັດ ແລະ ເອກະສານທີ່ຕິດພັນກັບວຽກງານສະຫະພັນແມ່ຍິງ ເພື່ອໃຫ້ສະມາຊິກແມ່ຍິງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ສົ່ງເສີມສະມາຊິກແມ່ຍິງເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ຕ່າງໆ, ຊອກຮູ້ຮໍ່າຮຽນບັນດານິຕິກໍາທີ່ຕິດພັນວຽກງານວິຊາສະເພາະ, ຊອກຮູ້ຮໍ່າຮຽນໂດຍຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ; ຊຸກຍູ້ບັນດາໜ່ວຍສະຫະພັນແມ່ຍິງເອົາໃຈໃສ່ ໃນການສ້າງຄັງເງິນ ແລະ ນໍາໃຊ້ເງິນຄັງເຂົ້າໃນການປະຕິບັດນະໂຍບາຍໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ການເຄື່ອນໄຫວວຽກງານແມ່ຍິງຢ່າງຖືກຕ້ອງ.

     ພາຍຫຼັງສະຫຼຸບວຽກງານແມ່ຍິງປະຈຳປີ 2024 ແລ້ວ, ໃນພິທີດັ່ງກ່າວຍັງໄດ້ມີການປະກວດແຂ່ງຂັນຊິງລາງວັນ ການເປັນວິທະຍາກອນ ຂອງສະມາຊິກແມ່ຍິງ ຄຈສພ ໂດຍມີທັງໝົດ 4 ຫົວຂໍ້ ທີ່ມາຈາກ 9 ໜ່ວຍສະຫະພັນແມ່ຍິງ ເຊິ່ງຜົນການແຂ່ງ ມີດັ່ງນີ້: ລາງວັນທີ 1 ຫົວຂໍ້: ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ນໍາສະເໜີໂດຍໜ່ວຍສະຫະພັນແມ່ຍິງກົມຄຸ້ມຄອງພະນັກງານ ແລະ ກົມກໍ່ສ້າງພະນັກງານ; ລາງວັນທີ 2 ຫົວຂໍ້: ແບບແຜນນຳພາ, ຫຼັກການລວມສູນປະຊາທິປະໄຕຂອງພັກ ແລະ ການດຳເນີນຊີວິດໜ່ວຍພັກ ນໍາສະເໜີໂດຍໜ່ວຍສະຫະພັນແມ່ຍິງກົມໂຄສະນາກໍ່ສ້າງພັກ-ພະນັກງານ, ສູນພັດທະນາວຽກງານຈັດຕັ້ງ ແລະ ຫ້ອງການ 2, ລາງວັນທີ 3 ຫົວຂໍ້: ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ ນໍາສະເໜີໂດຍໜ່ວຍສະຫະພັນແມ່ຍິງກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ແລະ ກົມກໍ່ສ້າງພັກ; ລາງວັນຊົມເຊີຍ ຫົວຂໍ້: ທີ່ຕັ້ງ ພາລະບົດບາດ, ໜ້າທີ່, ສິດ ຂອງຄະນະຈັດຕັ້ງສູນກາງພັກ ນໍາສະເໜີໂດຍໜ່ວຍສະຫະພັນແມ່ຍິງຫ້ອງການ 1  ແລະ ກົມຈັດຕັ້ງ-ພະນັກງານ; ໃຫ້ກຽດມອບລາງວັນໂດຍສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າ ຄຈສພ.

     ໃນຕອນທ້າຍກອງປະຊຸມສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຄຈສພ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຍ້ອງຍໍຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງ ຄຈສພ ທີ່ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ສາມາດປະຕິບັດວຽກງານຄຽງຄູ່ກັບເພດຊາຍ, ເປັນເຈົ້າການເຂົ້າຮ່ວມຂະບວນການທີ່ ຄຈສພ ຈັດຂຶ້ນຢ່າງເປັນຂະບວນ, ສະມາຊິກແມ່ຍິງທຸກສະຫາຍ ຍັງໄດ້ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ຄົ້ນຄວ້າກຳແໜ້ນນະໂຍບາຍບັນດານິຕິກຳຕ່າງໆຂອງພັກ-ລັດ ໄດ້ເປັນຢ່າງດີ, ສາມາດປະຕິບັດໜ້າທີ່ການເມືອງ, ພາລະບົດບາດ ຂອງຕົນໄດ້ດີ ແລະ ຊົມເຊີຍຕໍ່ສະມາຊິກແມ່ຍິງທຸກສະຫາຍ ທີ່ສະແດງຄວາມສາມາດຂອງຕົນ ດ້ວຍການເປັນວິທະຍາກອນນຳສະເໜີບົດ ໄດ້ເປັນຢ່າງດີ, ສືບຕໍ່ຮັກສາມູນເຊື້ອດີງາມຂອງສະຫະພັນແມ່ນຍິງລາວ ກໍ່ຄືຂອງສຳນັກງານ ໃຫ້ໝັ້ນຄົງຍາວນານ ແລະ ພັດທະນາໃຫ້ສົມຄູ່ກັບໜ້າທີ່ການເມືອງໃນແຕ່ລະໄລຍະ...ຯ