ໂດຍ: ສ.ສົດໃສ
ເພື່ອສ້າງບັນຍາກາດຮ່ວມຂະບວນການ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ, ສາມວັນປະຫວັດສາດ ໃນປີ 2025 ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ ແລະ ໜ່ວຍພັກຮາກຖານ ລັດວິສາຫະກິດການບິນລາວ ທີ່ຂຶ້ນກັບອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ; ໃນວັນທີ 23 ພຶດສະພາ 2025 ຄະນະຈັດຕັ້ງສູນກາງພັກ ຮ່ວມກັບກົມຈັດຕັ້ງ-ພະນັກງານ ແລະ ລັດວິສາຫະກິດການບິນລາວ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສ້າງຂະບວນການກິລາບານເຕະມິດຕະພາບຂຶ້ນ ຢ່າງເປັນຂະບວນຟົດຟື້ນ.
ເຂົ້າຮ່ວມພິທີຄັ້ງນີ້ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ມີທ່ານ ດອນ ໄພວົງ ກຳມະການຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍນັກກິລາ 50 ກວ່າຄົນ, ຕາງໜ້າໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ມີທ່ານ ບຸນມາ ຫຼວງບັນດິດ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວຽງໄຊ ສິງຄຳ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ພ້ອມດ້ວຍນັກກິລາ 50 ກວ່າຄົນ, ທັງນີ້ ກໍ່ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.