ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
3 ອົງການຈັດຕັ້ງມະຫາຊົນ ຄຈສພ ສະເຫຼີມສະຫຼອງວັນສຳຄັນຂອງພັກ-ຊອງຊາດ
ຈຳນວນຜູ້ອ່ານ: 67
ອະນຸມັດວັນທີ: 22/12/2025

ພາບ-ຂ່າວ ໂດຍ: ບານ ມູນປະເສດ

          ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ແລະ ວັນເປີດອະນຸສອນສະຖານ ປະທານ ສຸພານຸວົງ ຄົບຮອບ 20 ປີ (30/11/2005-30/11/2025) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊີ່ງ.

        ສະນັ້ນ, ໃນຕອນເຊົ້າ ວັນທີ 12 ທັນວາ 2025,  3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ  ນໍາພາໂດຍ ສະຫາຍ ຕ໋ອງ ພູມມີພັນ ປະທານຄະນະບໍລິຫານງານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ແລະ ຕາງໜ້າສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຈາກຫ້ອງການ, ບັນດາກົມ ແລະ ສະຖາບັນ ເຂົ້າຮ່ວມທັງໝົດ 32 ສະຫາຍ; ການໄປທັດສະນະຄັ້ງນີ້ ໄດ້ເຂົ້າຊົມຫໍພິພິທະພັນ, ອານຸສອນສະຖານ ປະທານ ໄກສອນ ພົມວິຫານ, ອານຸສອນສະຖານ ປະທານ ສຸພານຸວົງ ແລະ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ.

        ຈຸດປະສົງຂອງການໄປທັດສະນະ ສະຖານທີ່ປະຫວັດສາດແຫ່ງຊາດທີ່ສຳຄັນຄັ້ງນີ້ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງບັນພະບູລຸດ ກໍຄືບັນດາການນໍາຮຸ່ນທຳອິດຂອງລາວເຮົາ. ອັນໄດ້ເຮັດໃຫ້ພະນັກງງານ-ລັດຖະກອນ ຄຈສພ ໄດ້ຮຽນຮູ້, ເຂົ້້າໃຈ ແລະ ກຳໄດ້ປະຫວັດສາດທີ່ສຳຄັນ, ໂດຍສະເພາະ ແມ່ນສຶກສາຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ແບບແຜນການນຳພາອັນສະຫຼາດສ່ອງໃສ ແລະ ການດຳລົງຊີວິດທີ່ປອດໃສລຽບງ່າຍ ເພື່ອນຳໄປພັດທະນາຕົນເອງ ແລະ ໝູນໃຊ້ເຂົ້າໃນໜ້າທີ່ການເມືອງທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດອັນຈົບງາມ...ຯ