- ດຳເນີນ ແຕ່ວັນທີ 22/03 ເຖິງ ວັນທີ 06/04/1955, ຢູ່ທີ່ແຂວງຫົວພັນ, ມີຜູ້ແທນສົມບູນເຂົ້າຮ່ວມ 20 ສະຫາຍ, ເຊິ່ງເປັນຕົວແທນ ໃຫ້ແກ່ບັນດາ ສະຫາຍສະມາຊິກພັກ ຈໍານວນ 400 ສະຫາຍ.
- ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສ້າງຕັ້ງພັກ ເຊິ່ງເອີ້ນຊື່ວ່າ : ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ), ກໍານົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກ.
- ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະກອບມີ 5 ສະຫາຍ, ຕໍ່ມາໄດ້ມີການບົ່ງຕົວເພີ່ມເຕີມເປັນແຕ່ລະໄລຍະ ຊຶ່ງລວມ ທັງໝົດມີ 17 ສະຫາຍ, ໂດຍແມ່ນ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່, ບໍ່ມີກົມການເມືອງ ແລະຄະນະເລຂາທິການ, ມີແຕ່ຄະນະປະຈຳ ຂອງຄະນະ ບໍລິຫານງານສູນກາງຈຳນວນໜຶ່ງ.
* ເນື້ອໃນໂດຍຫຍໍ້ຂອງກອງປະຊຸມ :
ກອງປະຊຸມໃຫຍ່ ໄດ້ວາງໜ້າທີ່ລວມຂອງພັກ ໃນໄລຍະສະເພາະໜ້າອອກ ຄື: “ນໍາພາປວງຊົນລາວ ສາມັກຄີຕໍ່ສູ້ເຮັດສຳເລັດພາລະກິດປົດປ່ອຍຊາດ, ສ້າງ ປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ”.
* ພັກໄດ້ກຳນົດ 9 ຍຸດທະສາດຕົ້ນຕໍ ຄື :
(1)- ກຳນົດທາດແທ້ຂອງຕົນ ແມ່ນ : ພັກຂອງຊົນຊັ້ນກໍາມະກອນ ເຊິ່ງເປັນຕົວແທນແກ່ຜົນປະໂຫຍດ ຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ໝົດຊາດລາວ.
(2)- ພື້ນຖານແນວຄິດຂອງພັກ ແມ່ນ: ທິດສະດີມາກ-ເລນິນ.
(3)- ກຳນົດຈຸດໝາຍສຸດທ້າຍຂອງການປະຕິວັດ ແມ່ນ: ເພື່ອກ້າວຂຶ້ນສັງຄົມນິຍົມ.
(4)- ກຳນົດສັດຕູຕົ້ນຕໍສະເພາະໜ້າ ແມ່ນ: ຈັກກະພັດອາເມລິກາຜູ້ແຊກແຊງຮຸກຮານ, ລັດທິລ່າເມືອງ ຂຶ້ນຝຣັ່ງ ແລະ ລູກມື.
(5)- ກຳລັງນຳພາຊົນຊັ້ນກຳມະກອນ ໂດຍແມ່ນພັກເປັນຕົວແທນ.
(6)- ກຳນົດກຳລັງຫລວງຂອງການປະຕິວັດ ແມ່ນ: ປະຊາຊົນທັງຊາດ ກ່ອນອື່ນແມ່ນຊາວໄຮ່ນາຜູ້ອອກແຮງງານລາວບັນດາເຜົ່າ.
(7)- ກຳນົດເພື່ອນມິດຂອງການປະຕິວັດລາວ ແມ່ນ: ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ, ພໍ່ຄ້າຊາວຂາຍ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ພະສົງອົງຄະເຈົ້າ, ຜູ້ຊົງຄຸນວຸດທິ ເຈົ້າກົກ ເຈົ້າເຫລົ່າຕ່າງໆ.
(8)- ໜ້າທີ່ພື້ນຖານ ແມ່ນ: ສາມັກຄີປວງຊົນທັງຊາດ ດຳເນີນການປະຕິວັດຊາດ ປະຊາທິປະໄຕ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມື, ປົດປ່ອຍ ປະເທດຊາດ.
(9)- ຄຳຂວັນຍຸດທະສາດ: ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.
* ພັກໄດ້ວາງນະໂຍບາຍພື້ນຖານ ແລະ ວາງໂຄງການດໍາເນີນງານສະເພາະໜ້າ ປະກອບມີ 12 ຂໍ້ ຄື:
(1)- ຕ້ານຈັກກະພັດອາເມລິກາ, ລ່າເມືອງຂຶ້ນຝຣັ່ງທີ່ທຳລາຍສັນຍາຢຸດຮົບ ແລະລູກມືທີ່ຫາວິທີທໍາ ລາຍສັນຕິພາບ,ແບ່ງແຍກຊາດເຮົາ, ແກ່ດຶງປະເທດເຮົາ ເຂົ້າກຸ່ມຮຸກຮານ ແລະ ຫວັງແກ່ຍາວສະພາວະກົດຂີ່ປະເທດເຮົາ.
(2)- ຕໍ່ສູ້ທວງໃຫ້ລັດຖະບານລາຊະອານາຈັກ ຕ້ອງຈິງໃຈຮ່ວມມືກັບຝ່າຍປະເທດລາວ ເພື່ອປະຕິບັດສັນຍາຢຸດຮົບ, ປັບປຸງສັນຕິພາບ ປະຕິບັດເສລີພາບ ປະຊາທິປະໄຕ, ດຳເນີນການເລືອກຕັ້ງທົ່ວໄປຢ່າງເສລີ ເພື່ອເຕົ້າໂຮມປະເທດ ຊາດ ເປັນເອກະພາບ ສ້າງຕັ້ງລັດຖະບານປະສົມ ແລະ ສໍາເລັດພາລະກິດ ເອກະລາດແຫ່ງຊາດ.
(3)- ມະຫາສາມັກຄີທົ່ວປວງຊົນ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ ຢ່າງກວ້າງຂວາງ ໂດຍຕັ້ງຢູ່ ບົນພື້ນຖານພັນທະພາບກຳມະກອນ-ຊາວນາ.
(4)- ກໍ່ສ້າງ ແລະປັບປຸງກໍາລັງປະກອບອາວຸດ ແລະເຄື່ອງປະກອບອາວຸດ ໃຫ້ກາຍເປັນກອງທັບປະຊາຊົນ ເພື່ອປົກປັກຮັກສາເຂດທີ່ໝັ້ນ, ໜູນຫລັງໃຫ້ແກ່ ການຕໍ່ສູ້ການເມືອງ, ທັງເປັນເສົາຄ້ຳແຫ່ງການປົກປັກຮັກສາສັນຕິພາບ.
(5)- ປົວແປງຊີວິດການເປັນຢູ່ ຂອງປະຊາຊົນທຸກຊັ້ນຄົນ ຄື :
- ຕໍ່ກຳມະກອນ, ຕ້ອງຮັບປະກັນໃຫ້ມີວຽກເຮັດງານທຳ ແລະ ຕ້ອງໄດ້ຮັບການດູແລເບິ່ງແຍງເປັນຢ່າງດີ;
- ຕໍ່ຊາວໄຮ່ນາ, ຕ້ອງມີດິນໄຮ່-ດິນນາ ເພື່ອຂະຫຍາຍກະສິກໍາ ແລະ ມີຢູ່ມີກິນ;
-ຕໍ່ຊາວຜູ້ອອກແຮງງານດ້ວຍມັນສະໝອງ, ຕ້ອງມີການໃຊ້ເຂົາເຈົ້າຢ່າງສົມກຽດ ແລະ ຊ່ວຍ ເຫລືອ ເຂົາເຈົ້າ ເພື່ອຂະຫຍາຍຄວາມຮູ້ ຄວາມສາມາດ;
- ຕໍ່ນາຍທຶນອຸດສາຫະກຳ-ການຄ້າ, ຕ້ອງມີການສົ່ງເສີມເຂົາເຈົ້າ ໃນການດໍາເນີນການຜະລິດທຸລະກິດ ເພື່ອພັດທະນາອຸດສາຫະກໍາ-ການຄ້າ;
- ຕໍ່ຜູ້ຊົງຄຸນວຸດທິທີ່ຮັກຊາດ, ເຈົ້າກົກ-ເຈົ້າເຫລົ່າ, ຕ້ອງມີນະໂຍບາຍອັນເໝາະສົມ.
(6)- ປະຕິບັດເສລີພາບ ປະຊາທິປະໄຕ ຕໍ່ປະຊາຊົນ: ເສລີພາບ ໃນການປາກເວົ້າ, ເສລີພາບ ໃນການຂີດຂຽນ, ເສລີພາບ ໃນການຈັດຕັ້ງ, ເສລີພາບ ໃນການຊຸມນຸມ, ເສລີພາບ ໃນການໄປມາຫາສູ່ ຊຶ່ງກັນ ແລະ ກັນ ແລະ ເສລີພາບອື່ນໆ.
(7)- ປະຕິບັດສິດເສລີພາບ ລະຫວ່າງເພດຍິງ ກັບເພດຊາຍ, ປະຕິບັດນະໂຍບາຍສະເໝີພາບ ແລະ ສາມັກຄີ ລະຫວ່າງບັນດາເຜົ່າ, ລົບລ້າງຄວາມອາຄາດ ບາດໝາງ, ການແບ່ງແຍກ ລະຫວ່າງເຜົ່າຕ່າງໆ ຢູ່ພາຍໃນປະເທດ ທີ່ພວກລ່າເມືອງຂຶ້ນຝຣັ່ງ ແລະ ສັກດິນາກໍ່ຂຶ້ນ.
(8)- ເຄົາລົບສິດເສລີພາບ ໃນການເຊື່ອຖື ແລະຮີດຄອງປະເພນີຂອງເຜົ່າຕ່າງໆ, ຕ້ານໄພບໍ່ຮູ້ໜັງສື, ຂະຫຍາຍວັດທະນະທຳແຫ່ງຊາດ.
(9)- ສຳລັບຊາວຕ່າງດ້າວທີ່ອາໃສຢູ່ໃນປະເທດລາວ ຕ້ອງເຄົາລົບອະທິປະໄຕ, ເອກະລາດຂອງລາວ ຈຶ່ງຈະໄດ້ຮັບປະກັນຊີວິດ, ຊັບສົມບັດ ແລະ ສິດເສລີພາບ ໃນການຕັ້ງພູມລໍາເນົາ ແລະ ການທຸລະກິດ.
(10)- ຜູກມິດກັບທຸກປະເທດ ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາ, ຜູກສາຍສຳພັນໃນທຸກດ້ານ ລະຫວ່າງ ປະເທດເຮົາ ກັບບັນດາປະເທດດັ່ງກ່າວ ບົນຫລັກການສະເໝີພາບ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ.
(11)- ຕັ້ງໜ້າກໍ່ສ້າງ ແລະ ບໍາລຸງພະນັກງານ, ສະເພາະຢ່າງຍິ່ງແມ່ນເອົາໃຈໃສ່ພະນັກງານ-ກຳມະກອນ ຊາວໄຮ່ນາ, ຊົນເຜົ່າສ່ວນໜ້ອຍ.
(12)- ກໍ່ສ້າງພັກປະຊາຊົນລາວ ໃຫ້ກາຍເປັນພັກທີ່ເຂັ້ມແຂງ ຂອງຊົນຊັ້ນກຳກອນ ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍ ໃນການນໍາພາການປະຕິວັດໃຫ້ໄປສູ່ໄຊຊະນະສຸດທ້າຍ.
* ກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ, ມີມະຕິສຳຄັນຂອງສູນກາງພັກ ແລະມະຕິກອງປະຊຸມສູນກາງຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ, ເຊິ່ງສະຫລຸບເນື້ອໃນສໍາຄັນ ຕົ້ນຕໍ ດັ່ງນີ້ :
- ເດືອນ ສິງຫາ ປີ 1955, ຄະນະຊີ້ນຳສູນກາງພັກ ໄດ້ມີມະຕິ ກ່ຽວກັບສະພາບການ ແລະໜ້າທີ່ໃໝ່, ໄດ້ວາງແຜນນະໂຍບາຍອອກວ່າ : “ປຸກລຸກທົ່ວປວງຊົນ ສາມັກຄີກັນລຸກຂຶ້ນຕໍ່ສູ້ພາບແພ້ ອາເມລິກາ ຜູ້ແຊກແຊງ ແລະພວກລູກມື, ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະວັດທະນາຖາວອນ, ພາການປະຕິວັດກ້າວຂຶ້ນເທື່ອລະກ້າວຢ່າງໜັກແໜ້ນ”.
- ວັນທີ 6 ມັງກອນ ປີ 1956, ຢູ່ທີ່ແຂວງຫົວພັນ ໄດ້ມີກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ, ເຊິ່ງມີຜູ້ແທນເຂົ້າຮ່ວມ 150 ຄົນທີ່ເປັນຕົວແທນ ໃຫ້ແກ່ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້ຊົງຄຸນວຸດທິທີ່ຮັກຊາດ; ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວຮັກຊາດຂຶ້ນ ແລະໄດ້ປ່ຽນຊື່ໜັງສືພິມ “ລາວອິດ ສະລະ” ມາເປັນ “ລາວຮັກຊາດ”. ກອງປະຊຸມໄດ້ກຳນົດສັດຕູໂຕຕົ້ນຕໍຂອງການປະຕິວັດລາວ ແມ່ນຈັກກະພັດອາເມລິກາ ແລະລູກມືຂອງເຂົາ ແລະ ໄດ້ວາງໜ້າທີ່ ອອກວ່າ ຕ້ອງອອກແຮງສາມັກຄີປວງຊົນຕ້ານຈັກກະພັດອາເມລິກາ ແລະລູກມື, ເຕົ້າໂຮມທຸກກໍາລັງ ແລະ ບຸກຄົນທີ່ສະໜັບສະໜູນສັນຕິພາບ ເປັນກາງ, ຕໍ່ສູ້ທວງເອົາສິດດຳລົງຊີວິດ ແລະ ສິດປະຊາທິປະໄຕ, ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປັກຮັກສາ ແລະ ຂະຫຍາຍກໍາລັງ ຮັກຊາດ, ຍາດແຍ່ງເອົາຄວາມເປັນໃຈສະໜັບສະໜູນ ຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ.
- ເດືອນ ກັນຍາ ປີ 1956, ຄະນະຊີ້ນຳສູນກາງພັກ ໄດ້ອອກມະຕິຊີ້ໃຫ້ເຫັນແຈ້ງ ກ່ຽວກັບແງ່ຂະຫຍາຍຕົວຂອງສະພາບການ ໃນການປະຕິບັດຈຸດໝາຍ ສັນຕິພາບ, ເປັນກາງ, ເອກະລາດ, ປະຊາທິປະໄຕ ແລະເອກະພາບ ດັ່ງນີ້: 1- ບັນຫາ ຕ່າງໆ ຢູ່ໃນການເຈລະຈາອາດຈະໄດ້ຮັບການແກ້ໄຂ. ສະພາບການ ອາດຈະຂະຫຍາຍໄປທາງສະດວກ; 2- ການຕໍ່ສູ້ອາດຜັນແປໄປຢ່າງສັບສົນ, ແຕ່ຈຸດໝາຍປອງດອງຊາດ ອາດຈະໄດ້ຮັບການປະຕິບັດ; 3- ຈັກກະພັດ ອາເມລິກາ ແລະ ພວກລູກມື ສືບຕໍ່ຜ່າມ້າງ, ການເຈລະຈາຈະຖືກຢຸດສະງັກ. ການປະທະກັນດ້ວຍອາວຸດຈະເກີດຂຶ້ນອີກ. ຈາກສະພາບດັ່ງກ່າວ, ສູນກາງພັກ ໄດ້ວາງໜ້າທີ່ສະເພາະໜ້າອອກຄື: “ຕໍ່ສູ້ທວງໃຫ້ລັດຖະບານ ລາຊະອານາຈັກ ຕ້ອງປະຕິບັດຕາມມາດຕາຕ່າງໆ ທີ່ໄດ້ເຊັນກັນແລ້ວນັ້ນ ຢ່າງເຂັ້ມງວດ; ສ້າງ ເຂດເຕົ້າໂຮມໃຫ້ເປັນຖານທີ່ໝັ້ນປະຕິວັດ, ເປັນບ່ອນອີງອັນແໜ້ນແກ່ນໃຫ້ແກ່ຂະບວນ ການປະຕິວັດ ໃນທົ່ວປະເທດ; ປັບປຸງ ແລະ ເປີດກວ້າງແນວໂຮມ ເພື່ອເຕົ້າໂຮມຢ່າງກວ້າງຂວາງ ເອົາທຸກກໍາລັງທີ່ເຫັນດີເຫັນພ້ອມນໍາສັນຕິພາບ, ເປັນກາງ, ຕ້ານຈັກກະພັດອາເມລິກາ; ກໍ່ສ້າງພັກ ໃຫ້ເຂັ້ມແຂງ”.
- ວັນທີ 3 ມິຖຸນາ 1959, ສູນກາງພັກໄດ້ມີມະຕິເວົ້າແຈ້ງວ່າ : “ສາມັກຄີບັນດາກຳລັງຮັກຊາດ, ຮັກສັນຕິພາບຢ່າງກວ້າງຂວາງ, ໃຊ້ຮູບການຕໍ່ສູ້ດ້ວຍ ອາວຸດ ເປັນຕົ້ນຕໍ ສົມທົບກັບຮູບການຕໍ່ສູ້ແບບອື່ນ, ຕ້ານການແຊກແຊງ ຂອງຈັກກະພັດອາເມລິກາ, ຕ້ານນະໂຍບາຍທໍລະຍົດຕໍ່ຊາດ ທຳລາຍປະຊາຊົນຂອງ ລັດຖະບານ ຜຸຍ ຊະນະນິກອນ, ທວງໃຫ້ປະຕິບັດສັນຍາເຊີແນວ 1954 ກ່ຽວກັບອິນດູຈີນ ແລະ ສັນຍາຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນ, ສ້າງປະເທດລາວ ໃຫ້ມີສັນຕິພາບ, ເປັນກາງ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ”. ກ່ຽວກັບແບບວິທີຕໍ່ສູ້, ມະຕິໄດ້ເນັ້ນວ່າ: “ໃນຂອບເຂດ ທົ່ວປະເທດຕ້ອງຫັນຈາກຮູບການຕໍ່ສູ້ເປີດເຜີຍຖືກກົດໝາຍ ໄປສູ່ຮູບການຕໍ່ສູ້ດ້ວຍອາວຸດ; ພ້ອມກັນນັ້ນ ກໍປະສານສົມທົບຢ່າງແໜ້ນແຟ້ນກັບ ບັນດາຮູບ ການຕໍ່ສູ້ທາງການເມືອງ. ຢູ່ບ່ອນໃດທີ່ມີເງື່ອນໄຂ ກໍໃຫ້ປຸກລະດົມມະຫາຊົນ ຕໍ່ສູ້ຖືກກົດໝາຍ ແລະ ເຄິ່ງ ກົດໝາຍ.
|